ງານວາງສະແດງຜະລິດຕະພັນເຟີນີເຈີ ໄມ້ລາວ ຄັ້ງທີ 4 ປະຈຳປີ 2018 ຈະເປີດຂຶ້ນໃນລະຫວ່າງ ວັນທີ 13 ຫາ 21 ມັງກອນ 2018 ທີ່ຈະມາເຖິງນີ້ ທີ່ສູນການຄ້າລາວ-ໄອເຕັກຕຶກເກົ່າ.
ງານວາງສະແດງໃນຄັ້ງນີ້ ເປັນອີກຫນຶ່ງເວທີ ເພື່ອສະແດງຝີມືຂອງນາຍຊ່າງລາວ ເພື່ອເປັນການອະນຸລັກຮັກສາປ່າໄມ້, ການນຳໃຊ້ໄມ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ມີໄມ້ໄວ້ໃຊ້ຢ່າງຍືນຍົງ ໂດຍການປຸງແຕ່ງໃຫ້ເປັນຜະລິດຕະພັນສຳເລັດຮູບມາຈາກໄມ້, ຫວາຍ ແລະ ໄມ້ປ່ອງ ໃຫ້ມີຫຼາກຫຼາຍຜະລິດຕະພັນ ຕາມທີ່ສັງຄົມປັດຈຸບັນຕ້ອງການ ແລະ ເປັນທີ່ນິຍົມກັນຢູ່ ດ້ວຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ທັງເປັນການສ້າງມູນຄ່າເພີ່ມໃຫ້ກັບຜະລິດຕະພັນເຟີນີເຈີໄມ້ລາວ ໃຫ້ກາຍເປັນສິນຄ້າທີ່ມີຄຸນນະພາບ ແລະ ລາຄາສູງຕົງຕາມຄວາມຕ້ອງການຂອງລູກຄ້າ ແລະ ຕະຫຼາດ ເຮັດໃຫ້ສາມາດສົ່ງອອກຕ່າງປະເທດໄດ້, ຍັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນບັນດາເຜົ່າ, ຕ້ານໄພຫວ່າງງານ ແລະ ຊ່ວຍໃຫ້ຫຼຸດພົ້ນຈາກຄວາມທຸກຍາກຕື່ມອີກໃນອະນາຄົດ ແລະ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບສະມາຄົມເຟີນີເຈີໄມ້ລາວ.
ທັງນີ້ ກໍ່ເພື່ອເປັນການໂຄສະນາສິນຄ້າເຟີນີເຈີໄມ້ລາວເຮົາ ເປັນການແລກປ່ຽນບົດຮຽນ ແລະ ປະສົບການດ້ວຍກັນຂອງນັກທຸລະກິດຫົວໜ່ວຍການຜະລິດເຟີນີເຈີ ທີ່ເຮັດໃຫ້ມີຜະລິດຕະພັນເຟີນີເຈີໄມ້ລາວອອກມາຮັບໃຊ້ສັງຄົມ ພ້ອມທັງ ເປັນການສະແດງຜົນງານຜະລິດຕະພັນເຟີນີເຈີຕົນເອງ ທີ່ໄດ້ໃຊ້ຫົວຄິດປະດິດສ້າງຂຶ້ນມາ ໂດຍໃຊ້ນາຍຊ່າງທີ່ມີຄວາມຊຳນິຊຳນານ, ຄວາມປະນິດທີ່ສວຍງາມ ສາມາດສ້າງໄດ້ຫຼາກຫຼາຍຜະລິດຕະພັນ ໃຫ້ທ່ານສາມາດເລືອກຊື້ ແລະ ຊົມໄດ້ ພິເສດໃນປີນີ້ ແມ່ນກົງກັບປີທ່ອງທ່ຽວລາວ 2018 ຊຶ່ງເປັນໂອກາດອັນດີໃນການດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວງານ ພ້ອມທັງເລືອຊື້ນສິນຄ້າ.
Editor: ຕະວັນ ແສງສະຫວັນ