ເມື່ອບໍ່ດົນຜ່ານມາຫ້ອງການກະສິກໍາ-ປ່າໄມ້ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຢືດສັດປ່າທີ່ຫວງຫ້າມ ທັງໝົດຈຳນວນ 5 ໂຕ ທີ່ບ້ານດົງສະຫວັນ, ເມືອງເຊໂປນ ແຂວງສະຫວັນນະເຂດ.
ທ່ານ ຄໍາພົນ ພົມວົງສາ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ເມືອງເຊໂປນ ລາຍງານວ່າ: ໃນວັນທີ 6 ມັງກອນ ເວລາ 18:00 ໂມງ ມີລົດຮຸນໄດດີບິໂລ້ ໝາຍເລກທະບຽນ ສະຫວັນນະເຂດ ກຂ 3689 ທີ່ກຳລັງຮັບຈ້າງຂົນສິນຄ້າຂ້າມໄປຊາຍແດນ ລາວ-ຫວຽດນາມ ພໍຮອດດ່ານກວດກາບ້ານ ດົງສະຫວັນ ເຈົ້າໜ້າທີ່ກວດກາໄດ້ກວດຄົ້ນເຫັນສັດປ່າຫວງຫ້າມປະເພດງູເຫຼືອມ ຈໍານວນ 2 ໂຕ ມີນ້ຳໜັກປະມານ 15 ກິໂລກຣາມ, ເຫງັນ 1 ໂຕ, ເໝັ້ນ 1 ໂຕ ແລະ ເສືອແມວ 1 ໂຕ ມີນ້ຳໜັກປະມານ 11 ກິໂລກຣາມ ທີ່ຊຸກເຊື່ອງໄວ້ຢູ່ໃນລົດຄັນດັ່ງກ່າວ ແຕ່ເຈົ້າຂອງລົດປະຕິເສດ ວ່າສັດທີ່ຫວງຫ້າມທີ່ຊຸກເຊື່ອງໄວ້ໃນລົດນັ້ນບໍ່ແມ່ນຂອງຕົນ ເນື່ອງຈາກວ່າຕົນເອງເປັນຜູ້ຂົນສົ່ງສິນຄ້າຮັບຈ້າງຈາກບຸກຄົນອື່ນ.
ຈາກນັ້ນ ເຈົ້າໜ້າທີ່ກວດກາປ່າໄມ້ ຈິ່ງໄດ້ຢຶດເອົາສັດປ່າຈໍານວນດັ່ງກ່າວມາໄວ້ເປັນຂອງກາງ ເພື່ອນໍາເອົາປ່ອຍຄືນສູ່ທໍາມະຊາດ ສ່ວນສັດທີ່ຕາຍແມ່ນໄດ້ທໍາລາຍຝັງດິນ ທັງນີ້ ກໍ່ເພື່ອເປັນການອະນຸຮັກປົກປັກຮັກສາສັດນໍ້າ-ສັດປ່າທີ່ ຫວງຫ້າມໄວ້ເພື່ອບໍ່ໃຫ້ສູນພັນ.
Editor: ເມືອງເຊໂປນ