ຕາມການໃຫ້ສໍາພາດຂອງ ທ່ານ ຄໍາພົນ ພົມວົງສາ ຫົວໜ້າຫ້ອງການກະສີກໍາ-ປ່າໄມ້ເມືອງເຊໂປນ ລາຍງານຕໍ່ຜູ້ສື່ຂ່່າວໃນຄັ້ງວັນທີ 9 ມັງກອນ2018 ນີ້ວ່າ: ໂດຍອີງໃສແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງເຊໂປນ ກໍ່ຄືແຜນການຊຸກຍູ້ການຜະລິດຂອງຫ້ອງການກະສີກໍາ-ປ່າໄມ້ເມືອງ, ທົ່ວເມືອງເຊໂປນ ມີເນື້ອທີ່ນາປີ ທັງໝົດ 3,500 ເຮັກຕາ, ມາຮອດປະຈຸບັນນີ້ເກັບກ່ຽວສໍາເລັດ100% ສະມັດຕະພາບການຜະລິດ 3,5 ໂຕນຕໍ່ເຮັກ, ນອກຈາກການຜະລິດເຂົ້ານາປີແລ້ວ ຍັງໄດ້ມີແຜນຜະລິດເຂົ້ານາແຊງ ໃນເນື້ອທີ່ 300 ເຮັກຕາ, ມາຮອດປະຈຸບັນຕົກກ້າສໍາເລັດແລ້ວ 90%,ໄຖຮຸດ 90%, ປັກດໍາສໍາເລັດແລ້ວ 10%, ສໍາລັບແນວພັນເຂົ້າແມ່ນໃຊ້ແນວພັນເຂົ້າປັບປຸງ, ທ່າດອກຄໍາ ສ່ວນເຂດທີ່ມີການຜະລິດເຂົ້ານາແຊງຫລາຍແມ່ນຢູ່ ເຂດລະໂກ, ບ້ານໃໝ່ຜາບັງ, ບ້ານໂພໄຊ, ບ້ານຫ້ວຍສານ
ອີງໃສ່ບ່ອນທີ່ມີເງື່ອນໄຂ ເໝາະສົມມີຊົນລະປະທານ,ນໍ້າຫ້ວຍ, ນໍ້າໜອງ, ຄາດວ່າການຜະລິດເຂົ້ານາແຊງຈະໃຫ້ສໍາເລັດໃນທ້າຍເດືອນມັງກອນນີ້ 100%, ພ້ອມກັນນັນ ຫ້ອງການກະສີກໍາ-ປ່າໄມ້ເມືອງ ຍັງມີແຜນສົ່ງເສີມປູກພຶດລະດູແລ້ງ ໃນເນື້ອທີ່ 700 ເຮັດຕາ, ຊື່ງໄດ້ຊຸກຍູ້ ແລະສົ່ງເສີມໃຫ້ບ້ານທີ່ມີເງື່ອນໄຂເໝາະສົມໃກ້ແຄມຫ້ວຍ, ໜອງ, ແຄມເຊ ກອກ, ເຊບັ້ງຫຽງ ປູກພຶດລະດູແລ້ງ ເຊັ່ນ: ໝາກຖົ່ວ, ໝາກເຜັດ, ໝາກເຂືອ, ໝາກໂມ, ໝາກແຕງ, ພຶດຜັກຕ່າງໆ ແລະອື່ນໆ
Editor: ກຳປານາດ ລັດຖະເຮົ້າ