ອົງການໄອຍະການປະຊາຊົນ (ອຍກ) ແຂວງເຊກອງ ໄດ້ຈັດປາຖະກະຖາເລົ່າຄືນມູນເຊື້ອວັນຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 28 ປີ (9/1/1990-9/1/2018) ໃນວັນທີ 8 ມັງກອນ 2018 ຜ່ານມານີ້ ທີ່ຫ້ອງປະຊຸມ ອຍກ ແຂວງເຊກອງ ໂດຍການບັນຍາຍຂອງທ່ານ ສໍລະເສີນສັກ ຟອງສານຸວົງ ຮອງເລຂາ, ຮອງຫົວໜ້າ ອົງການໄອຍະການປະຊາຊົນ ແຂວງເຊກອງ, ມີບັນດາຄະນະພັກ-ຄະນະນໍາ ອົງການໄອຍະການປະຊາຊົນແຂວງ-ເຂດ I ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນອົງການດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສໍລະເສີນສັກ ຟອງສານຸວົງ ໄດ້ຍົກໃຫ້ເຫັນໂດຍສັງເຂບວ່າ: ວຽກງານໄອຍະການເປັນວຽກໜຶ່ງທີ່ສໍາຄັນ, ປະກອບເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເພື່ອປົກປັກຮັກສາຜົນປະໂຫຍດ ຂອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ຮັບປະກັນ ໃຫ້ສັງຄົມມີ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ. ຕະຫລອດໄລຍະ 28 ປີຜ່ານມາ ອົງການໄອຍະການປະຊາຊົນແຕ່ລະຂັ້ນ ໄດ້ເອົາໃຈໃສ່ໃນການຕິດຕາມກວດກາ ການປະຕິບັດກົດໝາຍ ເຊັ່ນ: ການຕິດຕາມກວດກາທົ່ວໄປ, ຕິດຕາມການປະຕິບັດກົດໝາຍຂອງອົງການ ສືບສວນ-ສອບສວນ, ການຟ້ອງຄະດີຂຶ້ນສານ, ການຕິດຕາມກວດກາການປະຕິບັດກົດໝາຍໃນການດໍາເນີນຄະດີຢູ່ສານ, ການຕິດຕາມກວດກາ ການປະຕິບັດກົດໝາຍໃນການປະຕິບັດຄໍາຕັດສິນຂອງສານ, ການຕິດຕາມກວດກາການປະຕິບັດກົດໝາຍໃນສະຖານທີ່ກັກຕົວ, ສະຖານກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ແລະອື່ນໆ.
Editor: ຂ່າວແຂວງເຊກອງ