ເມືອງບໍ່ດົນມານີ້, ກອງທຶນຫລຸດຜ່ອນຄວາມທຸກຍາກ ໄດ້ໄຂກອງປະຊຸມສະພາບໍລິຫານກອງທຶນ ສະໄຫມສາມັນ ຄັ້ງທີ 23 ຂື້ນ ຢ່າງເປັນທາງການ ທີ່ນະຄອນຫລວງວຽງຈັນ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປະລິນຍາເອກ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ປະທານສະພາບໍລິຫານ ກອງທຶນຫລຸດຜ່ອນຄວາມທຸກຍາກ, ເຂົ້າຮ່ວມມີ ທ່ານຮອງລັດຖະມົນຕີ ຈາກບັນດາກະຊວງ, ຮອງເຈົ້າແຂວງ ໃນ 10 ແຂວງເປົ້າຫມາຍ, ມີຜູ້ຕາງຫນ້າທະນາຄານໂລກ, ອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມງານ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ,
ກອງປະຊຸມ ຄັ້ງນີ້, ຈັດຂື້ນເພື່ອເປັນການທົບທວນຄືນການຈັດຕັ້ງປະຕິບັດວຽກງານ ກອງທຶນຫລຸດຜ່ອນຄວາມທຸກຍາກ ໃນໄລຍະຜ່ານມ, ເພື່ອຂໍທິດຊີ້ນໍາຈາກສະພາບໍລິຫານ ເພື່ອສຶບຕໍ່ຈັດຕັ້ງປະຕິບັດວຽກງານໃນປີ 2018 ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ຮັບຟັງບົດລາຍງານການສະຫລຸບຂອງການຈັດຕັ້ງປະຕິບັດວຽກງານ ຕະຫລອດໄລຍະ 1 ປີຜ່ານມາ ຈາກຜູ້ອໍານວຍການກອງທຶນຫລຸດຜ່ອນຄວາມທຸກຍາກ. ການຈັດຕັ້ງວຽກງານກອງທຶນຫລຸດຜ່ອນຄວາມທຸກຍາກ ມີ 348 ໂຄງການຍ່ອຍ, ທີ່ໄດ້ຈັດຕັ້ງປະຕິບັດ ແລະ ໃຊ້ງົບປະມານຫລາຍກວ່າ 10 ລ້ານຖດລ້າສະຫາລັດ ແລະ ທຶນປະກອບສ່ວນຂອງຊຸມຊົນ ຫລາຍກວ່າ 7 ແສນໂດລ້າສະຫາລັດ. ໃນຈໍານວນ 306 ໂຄງການ ທີ່ຈັດຕັ້ງໃນບັນດາບ້ານທຸກຍາກ. ສໍາລັບການຈັດຕັ້ງວຽກງານ ມາກາງເດືອນ ທັນວາ 2017 ມີຄວາມຄຶບຫນ້າຂອງໂຄງການການ ສະເລ່ຍ ຫລາຍກວ່າ 88 ສ່ວນຮ້ອຍ, ແລະ ເບີກຈ່າຍງົບປະມານ ຫລາຍກວ່າ 90 ສ່ວນຮ້ອຍ, ຂອງງົບປະມານທັງໝົດ. ສ່ວນທີ່ຍັງເຫລືອ ຄາດວ່າ ພາຍໃນເດືອນມັງກອນ 2018 ນີ້ ຈະສໍາເລັດ. ຄຽງຄູ່ກັນນີ້ ວຽກງານປັບປຸງຊີວິດການເປັນຢູ່ ແມ່ນຢູ່ໃນການທົດລອງ ຢູ່ໃນ 2 ແຂວງ ຄື ແຂວງຫົວພັນ ແລະ ແຂວງສະຫວັນນະເຂດ, ພ້ອມກັນນັ້ນ ຍັງມີການສ້າງກຸ່ມຊ່ວຍເຫລືອເຊີ່ງກັນ ແລະ ກັນ ຈໍານວນ 955 ກຸ່ມ ໃນ 155 ບ້ານທຸກຍາກ, ແລະ ມີສະມາຊິກທັງໝົດ 1 ຫມື່ນກວ່າຄົນ ເພື່ອສ້າງຄວາມເຂັ້ມແຂງແກ່ພໍ່ແມ່ປະຊາຊົນຜູ້ທຸກຍາກ ຢູ່ເຂດຫ່າງໄກສອກຫລີກ ແລະ ມອບຄວາມເປັນເຈົ້າການໃຫ້ແກ່ປະຊາຊົນ ເປັນຜູ້ຄຸ້ມຄອງຮັກສາ ເພື່ອຄວາມຍຶນຍົງ ໃນອະນາຄົດ.
Editor: ກຳປານາດ ລັດຖະເຮົ້າ