ກອງປະຊຸມປາຖະກາຖາວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 14 ປີ ໄດ້ຈັດຂຶ້ນໃນອາທິດຜ່ານມາ ຢູ່ທີ່ຫ້ອງວ່າການປົກຄອງເມືອງທ່າໂທມ, ແຂວງໄຊສົມບູນ ໂດຍການເຂົ້າຮ່ວມຂອງທ່ານ ສົມພູນ ສອນລິດທິເດດ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆທ່າໂທມ, ມີບັນດາກໍາມະການພັກເມືອງ, ຫົວໜ້າຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງ ກໍ່ໄດ້ຂຶ້ນຜ່ານເອກະສານຕ້ານການສໍ້ລາດບັງຫຼວງ ຄົບຮອບ 14 ປີ ຄື: ວັນທີ 9 ທັນວາ 2003 -ວັນທີ 9 ທັນວາ 2017 ເຊິ່ງການສໍ້ລາດບັງຫຼວງແມ່ນສະພາບຫຍໍ້ທໍ້ໜຶ່ງ ໃນກົງຈັກການຈັດຕັ້ງ ເປັນໄພອັນຕະລາຍອັນຮ້າຍແຮງ ສົ່ງຜົນກະທົບ ແລະ ກົດໜ່ວງທ່ວງດຶງເຖິງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກ ບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື ຮັ່ງມີ ກໍ່ລ້ວນແລ້ວແຕ່ມີຜົນກະທົບເຊັ່ນດຽວກັນ. ການສໍ້ລາດບັງຫຼວງພວມເປັນໄພຂົ່ມຄູ່ເຖິງຄວາມມີສະຖຽນລະພາບຂອງການຈັດຕັ້ງພາກລັດ ແລະ ເອກະຊົນ. ສ້າງໃຫ້ເກີດຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທໍາໃນສັງຄົມ ແລະ ເປັນການບັນທອນກຳລັງແຮງ ກໍ່ຄືຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ສະຖາບັນການປົກຄອງ.
ການສໍ້ລາດບັງຫຼວງເປັນການຕັດຮອນເອົາລາຍໄດ້ຂອງຊາດ, ຂອງລວມໝູ່ ກໍ່ຄື ຂອງພົນລະເມືອງ ດ້ວຍຫຼາຍຮູບຫຼາຍວິທີ ສ້າງຄວາມເສຍເຫຍໃຫ້ແກ່ຊັບສິນເງິນຄຳ ຂອງລັດລວມໝູ່ ແລະ ຂອງປະຊາຊົນເປັນຈຳນວນມະຫາສານ. ການສໍ້ລາດບັງຫຼວງເປັນການສະແດງອອກຢ່າງເປີດແປນຂອງການຂາດຄຸນນະທຳ ຂາດຈັນຍາບັນຂອງຜູ້ດຳເນີນການທາງສັງຄົມ ກໍ່ໃຫ້ເກີດກຸ່ມກ້ອນຜົນປະໂຫຍດທາງເສດຖະກິດ, ການເມືອງ ແລະ ນຳໄປສູ່ຄວາມບໍ່ເປັນເອກະພາບເກີດມີຄວາມແຕກແຍກ ແລະ ອື່ນໆ.
Editor: ດາວໄຊ ສີວິໄລ