ໃນກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບການປຸກລະດົມຂົນຂວາຍຜູ້ບໍລິຈາກເລືອດແບບສະ ໝັກໃຈ ບໍ່ຮຽກຄ່າຕອບແທນປີຜ່ານມາ ກັບ ຫົວໜ່ວຍທຸລະກິດ ພ້ອມທັງວາງແຜນການປຸກລະດົມປີຕໍ່ໄປ ໂດຍມີທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ເປັນປະທານ. ສູນເລືອດແຫ່ງຊາດ ອົງການກາແດງລາວ ໃນນາມກອງເລຂາຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ.
ຊຶ່ງໃນກອງປະຊຸມທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ກ່າວວ່າ: ເພື່ອສະຫຼຸບການຈັດຕັ້ງປະຕິບັດປຸກລະດົມການບໍລິຈາກເລືອດໃນປີຜ່ານມາ ວາງທິດທາງແຜນການແບບມີສ່ວນຮ່ວມໃນປີ 2018 ແລະ ຮັບຮອງເອົາແຜນການຕົວເລກຄາດໝາຍທີ່ວາງໄວ້ ເພື່ອນຳໄປຈັດຕັ້ງປະຕິບັດ ເຊິ່ງໃນປີຜ່ານມາອອກຮັບບໍລິຈາກເລືອດຮ່ວມກັບຫົວໜ່ວຍທຸລະກິດໄດ້ 34 ຄັ້ງ ມີຜູ້ເຂົ້າຮ່ວມກິດຈະກຳ 3.412 ເທື່ອຄົນ ມີຜູ້ປະກອບສ່ວນບໍລິຈາກເລືອດທັງໝົດ 2.236 ເທື່ອຄົນ.
ສຳລັບ ແຜນການສູ້ຊົນ 2018 ຄາດວ່າຈະອອກຮັບບໍລິຈາກເລືອດຮ່ວມກັບຫົວໜ່ວຍທຸລະກິດ ໃຫ້ໄດ້ 40 ຄັ້ງ ສູ້ຊົນໃຫ້ມີຜູ້ປະກອບສ່ວນບໍລິຈາກເລືອດໃຫ້ໄດ້ບໍ່ຫຼຸດ 1.800 ເທື່ອຄົນ ພ້ອມດຽວກັນ ຍັງຈະລະດົມໃຫ້ມີສ່ວນຮ່ວມ ໃນກິດຈະກຳວັນສຳຄັນຕ່າງໆ ໃຫ້ໄດ້ 3-4 ຄັ້ງ.
Editor: ວຽງຈັນໃຫມ່