ອີງຕາມຮ່າງບົດລາຍງານ ແຜນພັດທະນາ ເສດຖະກິດ-ສັງຄົມ ປະຈໍາປີ 2018 ໃຫ້ຮູ້ວ່າ: ບົນພື້ນຖານການຮັບປະກັນ ຄວາມໝັ້ນຄົງດ້ານສະບຽງອາຫານ ທີ່ມີພຽງພໍແລ້ວ ແລະ ຄາດໝາຍສົ່ງອອກເຂົ້າໃຫ້ໄດ້ສຳລັບ ໃນປີ 2018 ສູ້ຊົນຜະລິດເຂົ້າ ເພື່ອສົ່ງອອກໃຫ້ໄດ້ 400.000 ໂຕນ (ລວມທັງສົ່ງອອກເປັນທາງການ ແລະ ບໍ່ເປັນທາງການ). ພ້ອມດຽວກັນ, ກໍເອົາໃຈໃສ່ ການຜະລິດພືດເປັນສິນຄ້າຕ່າງໆ ທີ່ມີທ່າແຮງດ້ານການຜະລິດ ແລະ ການຕະຫລາດ ເຊັ່ນ: ກາເຟ ໃຫ້ໄດ້ 137.500 ໂຕນ, ມັນຕົ້ນ 2.416.000 ໂຕນ, ຖົ່ວດິນ 63.150 ໂຕນ, ຖົ່ວເຫລືອງ 19.300 ໂຕນ, ໝາກງາ 16.860 ໂຕນ, ໝາກເດືອຍ 271.500 ໂຕນ ແລະ ພືດອື່ນໆ. ໂດຍເອົາໃຈໃສ່ຍົກລະດັບ ການຜະລິດຕາມມາດຕະຖານກະສິກຳທີ່ດີ. ນອກນີ້, ຍັງສູ້ຊົນສົ່ງອອກ ງົວ-ຄວາຍ 80.000-100.000 ໂຕ, ຄ່ຽງຄູ່ກັບການຊຸກຍູ້ສົ່ງເສີມ ການປຸງແຕ່ງຜະລິດຕະພັນຊີ້ນ ແລະ ປາ ສຳເລັດຮູບ ໃຫ້ເປັນລະບົບຕ່ອງໂສ້ຕິດພັນ ກັບ ການຕະຫລາດ ຕາມທິດຫັນເປັນອຸດສາຫະກຳ, ທັນສະໄໝ ແລະ ອາຫານປອດໄພ.
ສຳລັບ ການຜະລິດ ເປັນສະບຽງອາຫານ ສູ້ຊົນຂະຫຍາຍເນື້ອທີ່ປູກເຂົ້າໃຫ້ໄດ້ 1.008.200 ເຮັກຕາ ສະມັດຕະພາບສະເລ່ຍປະມານ 4,2 ໂຕນຕໍ່ເຮັກຕາ, ຜົນຜະລິດໃຫ້ໄດ້ 4,22 ລ້ານກວ່າໂຕນ. ໃນນັ້ນ ສະເພາະໂຄງການຜະລິດເຂົ້າ ເພື່ອຄ້ຳປະກັນສະບຽງອາຫານແຫ່ງຊາດ ໃຫ້ໄດ້ 2,1 ລ້ານໂຕນຕໍ່ປີ, ຄັງແຮສຸກເສີນ 400.000 ໂຕນ, ປຸງແຕ່ງພາຍໃນ 500.000-600.000 ໂຕນ. ເພື່ອບັນລຸຄາດໝາຍດັ່ງກ່າວ, ຕ້ອງສຸມໃສ່ການຜະລິດເຂົ້ານາແຊງ ໃຫ້ໄດ້ 90.400 ເຮັກຕາ, ຜົນຜະລິດ 475.600 ໂຕນ, ເຂົ້ານາປີໃຫ້ໄດ້ 817.800 ເຮັກຕາ, ຜົນຜະລິດ 3.553.000 ໂຕນ ແລະ ເຂົ້າໄຮ່ໃຫ້ຢູ່ໃນລະດັບ 100.000 ເຮັກຕາ, ຜົນຜະລິດປະມານ 200.000 ໂຕນ. ການຜະລິດພືດສະບຽງຕ່າງໆ ເຊັ່ນ: ສາລີຫວານ 286.900 ໂຕນ, ເຜືອກມັນຕ່າງໆ ໃຫ້ໄດ້ 388.700 ໂຕນ,ໄມ້ກິນໝາກລວມໃຫ້ໄດ້ 1.578.600 ໂຕນ, ພືດຜັກລວມ ໃຫ້ໄດ້ 1.696.200 ໂຕນ.
ດ້ານການລ້ຽງສັດ ເພື່ອຕອບສະໜອງ ການບໍລິໂພກສູ້ຊົນຜະລິດຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ 413.250 ໂຕນ ເຊັ່ນ: ການຜະລິດຊີ້ນ 199.800 ໂຕນ, ໄຂ່ 34.450 ໂຕນ ແລະ ປາ 179.000 ໂຕນ, ໃນນີ້ຜົນຜະລິດຈາກປາລ້ຽງ 116.000 ໂຕນ, ລະດັບການບໍລິໂພກຕໍ່ຄົນໃນປີ ມີລະດັບປະມານ 60 ກິໂລ/ຄົນ/ປີ, ໃນນີ້ ຊີ້ຄວາຍ 2,20 ກິໂລ, ຊີ້ງົວ 4,30 ກິໂລ, ຊີ້ໝູ 15,6, ຊີ້ນແກະ/ແບ້ 0,40 ກິໂລ, ສັດປີກ 6,50 ກິໂລ, ໄຂ່ 5 ກິໂລ ແລະ ປາ 26 ກິໂລ.
Editor: ຂ່າວສານປະເທດລາວ