ໃນປີ 2017 ຜ່ານມາ, ລັດຖະບານໄດ້ເອົາໃຈໃສ່ສົ່ງເສີມການຜະລິດສິນຄ້າ ແລະ ການບໍລິການ ໃຫ້ມີຄວາມຫຼາກຫລາຍ ເພື່ອຫຼຸດຜ່ອນການເອື່ອຍອີງໃສ່ຊັບພະຍາກອນທຳມະຊາດ. ໃນຂະນະດຽວກັນ, ກໍໄດ້ມີການປັບປຸງ ແລະ ດັດສົມໂຮງງານປູງແຕ່ງໄມ້ທົ່ວປະເທດ ທີ່ດຳເນີນກິດຈະການ ກ່ອນຄຳສັ່ງເລກທີ 15/ນຍ ເຊິ່ງມີ 1.595 ແຫ່ງ. ໃນນັ້ນ, ມີໂຮງງານທີ່ບໍ່ໄດ້ມາດຕະຖານ ແລະ ເຄື່ອນໄຫວຜິດກົດໝາຍ ຖືກສັ່ງຍຸບຈຳນວນ 140 ແຫ່ງ ຄື: ໄຊຍະບູລີ ຍົກເລີກ 83 ແຫ່ງ, ນະຄອນຫຼວງ 8 ແຫ່ງ, ບໍລິຄຳໄຊ 13 ແຫ່ງ, ສະຫວັນນະເຂດ 13 ແຫ່ງ, ສາລະວັນ 4 ແຫ່ງ ແລະ ແຂວງເຊກອງ 19 ແຫ່ງ. ອີງຕາມແຜນ ພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ 2017.
ການຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 15/ນຍ ປີຜ່ານມາ ມີຜົນສຳເລັດສູງ ຢູ່ໃນຂອບເຂດທົ່ວປະເທດ, ສາມາດປັບປຸງແກ້ໄຂ ແລະ ສະກັດກັ້ນບັນຫາການລັກລອບການຂຸດຄົ້ນໄມ້ ແລະ ສົ່ງອອກໄມ້ແບບບໍ່ຖືກຕ້ອງຕາມກົດໝາຍ ຫຼຸດໜ້ອຍຖອຍລົງຢ່າງຊັດເຈນ, ທັງຫຼຸດຜ່ອນການທຳລາຍປ່າໄມ້ແບບຊະຊາຍ, ເຮັດໃຫ້ການປົກຫຸ້ມປ່າໄມ້ຂອງ ສປປ ລາວ ບັນລຸຕາມແຜນການ 70% ໃນປີ 2020.
ຢ່າງໃດກໍຕາມ ການປະຕິບັດນະໂຍບາຍດັ່ງກ່າວ, ໄດ້ສົ່ງຜົນຈຳນວນໜຶ່ງ ຕໍ່ການປະຕິບັດລາຍຮັບບໍ່ໄດ້ຕາມຄາດໝາຍ ຢູ່ບາງແຂວງໃນທົ່ວປະເທດ, ແຕ່ວ່າພາກລັດ ກໍໄດ້ມີນະໂຍບາຍສົ່ງເສີມຜະລິດເປັນສິນຄ້າ, ການຂຸດຄົ້ນ ແລະ ນຳໃຊ້ທ່າແຮງ ທີ່ມີຢູ່ໃນແຕ່ລະແຂວງ ໃຫ້ມີຄວາມເໝາະສົມ.
Editor: ຂ່າວສານປະເທດລາວ