ອີງຕາມຂໍ້ມູນຈາກຂະແໜງປູກຝັງ ພະແນນກໍາສິກໍາ-ປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໄລຍະຜ່ານມາພະແນກກະສິກຳ ແລະ ປ່າໄມ້ ໄດ້ຈັດຕັ້ງກຸ່ມການຜະລິດເປັນສິນຄ້າຕາມນະໂຍບາຍການຜະລິດກະສິກຳສະອາດໄດ້ທັງໝົດ 41 ກຸ່ມໃນນັ້ນ, ກຸ່ມປູກເຂົ້າອິນຊີ 10 ກຸ່ມມີ 281 ຄອບຄົວຢູ່ເມືອງສັງທອງ, ກຸ່ມປູກພືດຜັກອິນຊີ 17 ກຸ່ມມີສະມາຊິກ 285 ຄອບຄົວເນື້ອທີ່ 176 ເຮັກຕາຢູ່ໃນ 6 ເມືອງ ຄື: ເມືອງຫາດຊາຍຟອງ 6 ກຸ່ມ, ໄຊເຊດຖາ 2 ກຸ່ມ, ເມືອງສີໂຄດຕະບອງ 1 ກຸ່ມ, ເມືອງໄຊທານີ 6 ກຸ່ມ, ເມືອງປາກງື່ມ 1 ກຸ່ມ ແລະ ເມືອງນາຊາຍທອງ 1 ກຸ່ມ; ກຸ່ມຜະລິດກະສິກຳທີ່ດີ ຫຼື ກະສິກຳ ຈີເອພີ GAP ຈຳນວນ 14 ກຸ່ມ, ມີສະມາຊິກ 375 ຄອບຄົວ, ເນື້ອທີ່ 141 ເຮັກຕາ ປະກອບມີ 5 ເມືອງຄື: ເມືອງຫາດຊາຍຟອງ, ສີໂຄດຕະບອງ, ໄຊທານີ, ນາຊາຍທອງ ແລະ ປາກງື່ມ ໃນຈຳນວນກຸ່ມທັງໝົດນີ້ແມ່ນໄດ້ຮັບການຝຶກອົບຮົມເຕັກນິກວິຊາການຕ່າງໆຕາມລະບົບການຜະລິດກະສິກຳສະອາດ (ກະສິກຳອິນຊີ ແລະ ກະສິກຳທີ່ດີ) ຂອງກະຊວງ ກະສິກຳ ແລະ ປ່າໄມ້ວາງອອກ.
ນອກຈາກການຊຸກຍູ້ດ້ານການຜະລິດແລ້ວ ທາງດ້ານການຕະຫຼາດປັດຈຸບັນມີຕະຫຼາດຈຳໜ່າຍຢູ່ຕະຫຼາດຫ້ວຍຫົງ ເມືອງຈັນທະບູລີ, ສວນສາທາລະນະເຈົ້າຟ້າງຸ່ມ ແລະ ສວນໄຊເສດຖາ ໜ້າເດີ່ນທາງຫຼວງ. ສະເລ່ຍຜົນຜະລິດທີ່ເຂົ້າມາຂາຍໃນແຕ່ລະປີມີປະມານ 300 ກວ່າໂຕນ, ຄິດເປັນມູນຄ່າ 6 ຕື້ກີບ, ສະເລ່ຍລາຍຮັບຂອງຊາວກະສິກອນຜູ້ໜຶ່ງຈະໄດ້ 80-160 ລ້ານກີບຕໍ່ປີ.
ສໍາລັບຜົນຜະລິດກະສິກໍາທີ່ດີ ແລະ ຜົນຜະລິດເຂົ້າອິນຊີແມ່ນໄດ້ຈຳໜ່າຍໃຫ້ກັບບໍລິສັດເກັບຊື້ເພື່ອສົ່ງອອກໄປຕ່າງປະເທດເຊັ່ນ: ບໍລິສັດ ລາວສາກົນ, ບໍລິສັດ ລາວຟາມເມີ, ບໍລິສັດ ອາກໂກຣເອເຊຍເກັບຊື້ ແລະ ສົ່ງອອກຕ່າງປະເທດຈຳນວນ 229 ຄັ້ງ, ຈຳນວນ 241 ໂຕນ ມູນຄ່າ 17.2 ລ້ານກວ່າໂດລາ ພ້ອມທັງຊຸກຍູ້ສົ່ງເສີມກຸ່ມຜະລິດໄດ້ຮັບຢັ້ງຢືນເປັນຜະລິດຕະພັນໂອດ໊ອບ ຈາກພະແນກອຸດສາຫະກຳ-ການຄ້າ ນະຄອນຫຼວງວຽງຈັນ ຈຳນວນໜຶ່ງເຊັ່ນ: ກຸ່ມປູກພືດຜັກອິນຊີ ບ້ານທ່າຊ້າງ, ກຸ່ມປູກເຂົ້າບ້ານໂດນ ແລະ ເຂົ້າບໍລິສັດ ຄຳແພງ ແຈ້ງສະຫວ່າງ.
ເຖິງແນວໃດກໍຕາມ ຈາກຜົນງານອັນພົ້ນເດັ່ນ ທີ່ສະເໜີມາຂ້າງເທິງນັ້ນ ກໍຍັງມີຫຼາຍດ້ານເປັນສິ່ງທ້າທາຍ ທີ່ຈະຕ້ອງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມຊາວກະສິກອນ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນການສົ່ງເສີມການຜະລິດກະສິກຳສະອາດ ແຕ່ນີ້ຮອດປີ 2030 ໃຫ້ໄດ້ 30% ຂອງເນື້ອທີ່ທັງໝົດ ຂອງນະຄອນຫຼວງວຽງຈັນ ໂດຍເນັ້ນໃສ່ 5 ເມືອງນອກ ທີ່ມີເງື່ອນໄຂ ແລະ ມີເນື້ອທີ່ດິນກະສິກຳລຽບແຄມແມ່ນໍ້າຂອງ, ແຄມນໍ້າງື່ມ, ຂະຫຍາຍຕະຫຼາດກະສິກຳສະອາດໃຫ້ໄດ້ 1 ເມືອງ 1 ຕະຫຼາດ.
Editor: ເສດຖະກິດ-ການຄ້າ