ກໍາແພງຮົ້ວໂຮງຮຽນອະນຸບານຫ້ວຍຊາຍ ເມືອງທ່າແຕງ ໄດ້ດຳເນີນການກໍ່ສ້າງເປັນເວລາເກືອບ 1 ປີ ຄື: ແຕ່ເດືອນ ພະຈິກ 2016 ຫາ ເດືອນ ກັນຍາ 2017 ຈິ່ງສໍາເລັດ ແລະ ໄດ້ມອບຮັບ ໃນວັນທີ 7 ມັງກອນ 2018 ນີ້, ທີ່ໂຮງຮຽນອະນຸບານ ບ້ານຫ້ວຍຊາຍ ເມືອງທ່າແຕງ, ແຂວງ ເຊກອງ. ທ່ານ ຫງວຽນ ພິແທ໊ງ ຮອງເລຂາພັກເມືອງ ປະທານຄະນະກຳມະການ ປະຊາຊົນ ເມືອງຟູນິງ ແຂວງກວາງນາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ເປັນກຽດກ່າວມອບ ແລະ ທ່ານ ຄໍາສອນ ກອນເຍີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງທ່າແຕງ ເປັນກຽດກ່າວຮັບ ແລະ ມອບຕໍ່ໃຫ້ຫ້ອງການສຶກສາທິການ-ກິລາເມືອງທ່າແຕງ ແລະ ປະຊາຊົນບ້ານຫ້ວຍຊາຍ ໂດຍມີ ທ່ານ ແກດ ດາລາແພງ ສະມາຊິກສະພາປະຊາຊົນ ແຂວງເຊກອງ ປະທານກໍາມະທິການເສດຖະກິດແຜນການ ແລະ ການລົງທືນ, ມີພະແນກການກ່ຽວຂ້ອງ, ອໍານວຍການໂຮງຮຽນ ຕະຫຼອດຮອດພະນັກງານຄູ-ອາຈານ, ອໍານາດການປົກຄອງບ້ານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມ.
ຜ່ານການລາຍງານ ໃຫ້ຮູ້ວ່າ: ທືນທີ່ນຳມາກໍ່ສ້າງກຳແພງໂຮງຮຽນປະຖົມ ແລະ ອະນຸບານບ້ານຫ້ວຍຊາຍ ເມືອງທ່າແຕງ ແຂວງເຊກອງ ແມ່ນໄດ້ຮັບການຊ່ວຍເຫຼືອຈາກປະຊາຊົນເມືອງ ຟູນິນ ແຂວງກວາງນາມ ສສ ຫວຽດນາມ, ໃນມູນຄ່າ 2 ຕື້ 3 ຮ້ອຍລ້ານດົ້ງ ຫຼື ເທົ່າກັບ 836 ລ້ານກວ່າກີບ ເປັນກໍາແພງຮົ້ວທີ່ມີໂຄງສ້າງຄວາມຍາວ ທັງໝົດ 968 ແມັດ, ສູງ 1,60 ແມັດ, ຝາ ກໍ່ດ້ວຍດິນຈີ່, ພ້ອມຕົບແຕ່ງ-ທາສີ ເຊິ່ງກໍາແພງຮົ້ວໂຮງຮຽນແຫ່ງນີ້ ມີຄວາມໝາຍສໍາຄັນໃຫ້ແກ່ໂຮງຮຽນ ກໍ່ຄືຂອງຊາວບ້ານຫ້ວຍຊາຍ ເພາະມັນເປັນສັນຍາລັກອັນໜຶ່ງທີ່ສະແດງເຖິງນໍ້າໃຈຂອງສອງເມືອງແຮກສ່ຽວ ລະຫວ່າງ ເມືອງທ່າແຕງ, ແຂວງເຊກອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ເມືອງຟູນິງ ແຂວງ ກວາງນາມ ສາທາລະນະລັດສັງຄົມນິຍົມຫວຽດນາມ ທີ່ໄດ້ໃຊ້ທຸກວິທີທາງຊອກແຫຼ່ງທືນມາພັດທະນາ ໂດຍສະເພາະແມ່ນການປຸກສ້າງກໍາແພງຮົ້ວຂອງ ໂຮງຮຽນອະນຸບ້ານຫ້ວຍຊາຍ ຈົນສຳເລັດ.
Editor: ກຳປານາດ ລັດຖະເຮົ້າ