ທ່ານ ພັນໂທ ສົມບູນ ໄຊຍະແສງ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຊະນະສົມບູນ. ຕ່າງໜ້າໃຫ້ກັບອຳນາດການປົກຄອງເມືອງ ພ້ອມຄະນະ ໄດ້ເຄື່ອນໄຫວລົງພົບປະຢ້ຽມຢາມ ອຳນາດການປົກຄອງ ພໍ່ແມ່ປະຊາຊົນບ້ານພັດທະນາແກ້ງໄມ້ເຮ້ຍ ກຸ່ມ 1 ວັງເວີນ, ໃນວັນທີ 5 ມັງກອນ 2018 ຜ່ານມານີ້ ໂດຍມີອໍານາດການປົກຄອງ, ພໍ່ແມ່ປະຊາຊົນຊາວບ້ານແກ້ງໄມ້ເຮ້ຍ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໂອກາດທີ່ຄະນະນຳຂອງເມືອງເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້: ທ່ານ ຄໍາພາ ແກ້ວໃບສີ ປະທານແນວລາວສ້າງຊາດບ້ານ ໂດຍຕ່າງໜ້າໃຫ້ກັບອຳນາດການປົກຄອງບ້ານພັດທະນາແກ້ງໄມ້ເຮ້ຍ. ລາຍງານສະພາບ,ເງື່ອນໄຂ ແລະ ຈຸດພິເສດຂອງບ້ານພັດທະນາແກ້ງໄມ້ເຮ້ຍ ປະກອບແບ່ງການຄຸ້ມຄອງອອກເປັນ 3 ຄຸ້ມໃຫ່ຍ,ເຊີ່ງລວມມີພົນລະເມືອງ ທັງໝົດ 1,647 ຄົນ,ເທົ່າກັບ 347 ຫຼັງຄາເຮືອນ, ມີເນື້ອທີ່ທັງໝົດ 2,200 ກວ່າເຮັກຕາ, ປະຊາຊົນສ່ວນຫຼາຍຖືເອົາອາຊີບການປູກຝັງ ແລະ ລ້ຽງສັດເປັນອາຊີບຕົ້ນຕໍ່ ກວມເນື້ອທີ່ 230 ເຮັກຕາ ແລະ ຖືເອົາການປູກພຶດອຸດສາຫະກຳໂດຍສະເພາະແມ່ນປູກມັນຕົ້ນ ກວ່ມເນື້ອທີ່ 360 ເຮັກຕາ, ນັບວ່າເປັນພຶດເສດຖະກິດທີ່ໄດ້ສ້າງລາຍຮັບໃຫ້ກັບພໍ່ແມ່ປະຊາຊົນໄດ້ມີຢູ່ມີກີນ.
ພ້ອມນີ້: ທ່ານ ພັນໂທ ສົມບູນ ໄຊຍະແສງ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໄດ້ກ່າວສະແດງຄວາມຢ້ຽມຢາມຖາມຂ່າວຢ່າງອົບອຸ່ນ ແລະ ຍ້ອງຍໍຊົມເຊີຍຕໍ່ກັບໝາກຜົນ,ຜົນງານທີ່ອຳນາດການປົກຄອງ, ພໍ່ແມ່ປະຊາຊົນບ້ານພັດທະນາແກ້ງໄມ້ເຮ້ຍຍາດມາໄດ້ຕະຫຼອດໄລຍະຫຼາຍປີຜ່ານມາ ເຮັດໃຫ້ສັງຄົມມີຄວາມສີວິໄລ, ຍຸດຕິທໍາ, ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໄດ້ຮັບການພັດທະນາດີຂື້ນເທື່ອລະກ້າວ. ນອກຈາກນັ້ນທ່ານ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ຍັງໄດ້ມີຄຳເຫັນໂອ້ລົມ ເຊີ່ງເນື້ອໃນຄຳເວົ້າບາງຕອນທ່ານໄດ້ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈເຖີງມູນເຊື້ອຂອງຊາດລາວ - ຄົນລາວ ແລະ ເຊື່ອມຊືມ ເອກະສານສິດ ແລະ ພັນທະຂອງພົນລະເມືອງລາວ, ເອກະສານບາງມາດຕາຂອງກົດ ໝາຍອາຍາ ແລະ ລະບຽບການສັນຈອນ,ບັນຫາປະກົດການຫຍໍ້ທໍ່ທີ່ເກີດຂື້ນໃນສັງຄົມ ພ້ອມທັງຍັງໄດ້ຮັບຟັງການເຜີຍແຜ່ຄຳສອນຂອງພຣະພຸດທະສາດສະໜາ ເພື່ອເປັນຄະຕິທຳຄຳເຕື່ອນໃຈໃຊ້ເຂົ້າໃນການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ຈາກພຣະ ອາຈານ ທອງ ໄຊຍະວົງ ຫົວຫ້ອງການ ອພສ ເມືອງຊະນະສົມບູນ ອີກດ້ວຍ
ແຫລ່ງຂ່າວຈາກ ຖວທ ເມືອງຊະນະສົມບຸນ
Editor: ກຳປານາດ ລັດຖະເຮົ້າ