ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມພະແນກແຜນການແລະ ການລົງທຶນແຂວງຈຳປາສັກ ໄດ້ຈັດກອງປະຊຸມ ຜ່ານບົດວິພາກ ປະເມີນຄວາມເປັນໄປໄດ້ ທາງດ້ານເສກຖະກິດ ເຕັກນິກ, ຜ່ານແຜນແມ່ບົດພັດທະນາ, ບົດປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ກ່ຽວກັບໂຄງການພັດທະນາ ເຂດເສດຖະກິດພິເສດ ມະຫານະທີ ສີທັນດອນ ໂດຍ ການເປັນ ປະທານ ຂອງ ທ່ານ ປະລິນຍາເອກ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ປະລິນຍາເອກ ບຸນຖອງ ດີວິໄຊ ເຈົ້າແຂວງແຂວງຈຳປາສັກ, ມີ ທ່ານ ລາຕີ ສີສຸພັນນະວົງ ປະທານ ບໍລິສັດ ຮ່ວມພັກທະນາມະຫານະທີ ສີທັນດອນ, ມີຕ່າງໜ້າບໍລິສັດ ແຊັດ ຄອນຊາວຕິງ ຫົວໜ້າພະແນກການ, ເຈົ້າເມືອງເມືອງໂຂງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ,
ທ່ານ ປະລິນຍາເອກ ສິດທິໄຊ ໄຊຍະວົງ ປະທານທີ່ປຶກສາໂຄງການ ໄດ້ລາຍງານ ໃຫ້ຮູ້ວ່າ: ໂຄງການພັດທະນາເສດທະກິດ ພິເສດ ມະຫານະທີ ສີພັນດອນ ແມ່ນມີເນື້ອທີ່ທັງໝົດ 9,800 ເຮັກຕາ, ລົງທຶນທັງໝົດ ມີມູນຄ່າຫລາຍກ່ວາ 9 ຕື້ໂດລາສະຫະລັດ, ໄລຍະເວລາຄືນທືນ 33 ປີ ສາມາດດຶງດູດ ນັກທ່ອງທ່ຽວຫລາຍກ່າວ 15 ລ້ານຄົນ ຈະມີລາຍຮັບຈາກການທາອງທ່ຽວ 1,8 ຕື້ໂດລາສະຫະລັດຕໍ່ປີ, ສາມາດສ້າງວຽກເຮັດງານທໍາໄດ້ 100.000 ຄົນ, ໃນນັ້ນແມ່ນຈະໄດ້ສ້າງໂຮງແຮມ 5 ດາວ ແລະ ທຸລະກິດບັນເທິງຫລາຍກ່ວາ 35 ແຫ່ງ, ຈາກການສ້າງລາຍຮັບຈາກການປັນຜົນ ແລະ ພາສີອາກອນໃຫ້ລັກຖະບານ 200 ລ້ານ ໂດລາສະຫະລັດຕໍ່ປີ, ພ້ອມນັ້ນຍັງຈະໄດ້ສ້າງສະໝາມບິນ ທາງດ່ວນ ແລະ ທາງລົດໄຟ ສວນສະນຸກ ແລະ ສວນອຸທິຍານ ສ່ວນສັດປ່າ ສັດນໍ້່າ, ໂຮງແຮມ ແລະ ລີສອດ ສູນກາງປະຊຸມ ແລະ ການສະແດງນາໆຊາດ ມີກິລາທາງບົກ ທາງນໍ້າ, ສະໜາມກອບ, ຕະຫຼາດຊຸມຊົນ, ສູນການຄ້າ ອຸດສາຫະກໍາການຜະລິດ ແລະ ປຸງແຕ່ງທີ່ໃຊ່ເຕັກໂນໂລຊີສູງ, ການກະເສດ, ທຸລະກິດການບັນເທິງ, ທຸລະກິດອະສັງຫາລິມະຊັບ ອຸດສາຫະກຳຮູບເງົາ ທີພັກອາໄສ ການຄົມມະນາຄົມ ແລະ ສະຖາບັນຄົ້ນຄົ້ວາ ວິທະຍາສາດ ແລະ ເຕັກໂນໂລຊີ, ໂຮງຮຽນວິຊາຊີບ ວິທະຍາໄລ ການບໍລິການດ້ານສຸຂະພາບ ການແພດ ແລະ ອຸດສາຫະກຳ ການຜະລິດຍາປົວພະຍາດຊີວະພາບ ແລະ ຂະແໜງການບໍລິການອື່ນໆ
ທ່ານ ລາຕີ ສີສຸພັນນະວົງ ປະທານບໍລິສັດ ຮ່ວມພັດທະນາມະຫານະທີສີພັນດອນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ບາງຕອນວ່າ
ແຫລ່ງຂ່າວ ຈາກ ຖວທ ແຂວງຈໍາປາສັກ
Editor: ກຳປານາດ ລັດຖະເຮົ້າ