ປະຈຸບັນ ຄົນລາວເຮົາ ສາມາດຜະລິດ ເຄື່ອງໃຊ້ສອຍ ຫລື ຜະລິດຕະພັນຕ່າງໆ ດ້ວຍຕົນເອງຫລາຍສິ່ງ-ຫລາຍຢ່າງ ດ້ວຍແນວຄວາມຄິດ-ມັນສະຫມອງ ແລະ ສະຕິປັນຍາ ຜ່ານການສຶກສາຮຽນຮູ້ ແລະ ປະສົບການຕ່າງໆ. ຄືດັ່ງຫັດຖະກໍາ ຣິໄຊໂຄ້ ອາດ-ລາວ ແມ່ນເປັນອີກຜະລິດຕະພັນທີ່ສຸດຍອດ ໃຊ້ໄວຕົບແຕ່ງພາຍໃນເຮືອນ ລັກສະນະເປັນຮູບພາບທາງວັດທະນະທໍາລາວ ໂດຍຜະລິດມາເຈ້ຍ ເອ4 ທີ່ຫ້ອງການບໍ່ໃຊ້ແລ້ວ ໄດ້ນໍາມາປະດິດ ໃຫ້ກາຍເປັນຜະລິດຕະພັນໃຫມ່ຂື້ນມາ ທີ່ມີຄວາມສວຍງາມ ແລະ ສາມາດຕົບແຕ່ງພາຍໃນເຮືອນ, ຫ້ອງການ ແລະ ກາຍເປັນເຄື່ອງທີ່ລະນຶກ ທີ່ຫລາຍຄົນ ສາມາດນໍາໄປໃຊ້ໄດ້. ຫັດຖະກໍາ ຣິໄຊໂຄ້ ອາດ-ລາວ ທຸກຜົນງານທີ່ຜະລິດຂື້ນມາ ແມ່ນມາຈາກເສດເຈ້ຍ ເອ4 ເປັນການອະນຸລັກສິ່ງແວດລ້ອມ ແລະ ຫມູນໃຊ້ສິ່ງທີ່ທ່ານຄິດວ່າບໍ່ໄດ້ໃຊ້ແລ້ວ ມາສ້າງເປັນຜົນງານໃນຮູບແບບໃຫມ່ ທີ່ສວຍງາມ ກາຍເປັນສິນຄ້າ ທີ່ຈະສາມາດສ້າງລາຍຮັບ ແລະ ສ້າງວຽກເຮັດງານທໍາ ແກ່ຜູ້ຜະລິດ.
ທ່ານນາງ ມາລາວົງ ມະນີແສງ ເຈົ້າຂອງຜົນງານ ແລະ ຜູ້ກໍ່ຕັ້ງ ຫັດຖະກໍາຣິໄຊໂຄ້ ອາດ-ລາວ ໄດ້ໃຫ້ສໍາພາດ ກັບທີມງານ ຂ່າວລາຍການວ່າ: ປະຈຸບັນ ຫັດຖະກໍາ ຣິໄຊໂຄ້ ອາດ-ລາວ ພວມກໍາລັງເປັນທີ່ຮູ້ຈັກກັນ ຈາກເມື່ອກ່ອນແມ່ນບໍ່ຄ່ອຍມີໃຜສົນໃຈ ໃນຜົນງານ ຈີ່ງໄດ້ມີການພັດທະນາມາເລື້ອຍໆ, ເນັ້ນສີສັນໃຫ້ມີຄວາມໂດດເດັ່ນ ມີຄວາມທັນສະໄຫມ. ລັກສະນະການຜະລິດແມ່ນເປັນຮູບ 3 ມິຕິ, ມີການເພັ່ນສີພິເສດ 3 ຊັ້ນ, ມີລັກສະນະເບົາ ແຕ່ມີຄວາມທົນທານ ແລະ ສິ່ງສໍາຄັນຂະບວນການຜະລິດທັງໝົດ ແມ່ນມາຈາກສີມືຄົນລາວ 100 ສ່ວນຮ້ອຍ, ແລະ ເຄີຍໄດ້ຮັບລາງວັນຊະນະເລີດ ໃນໂຄງການປະກວດ ( ບົດສະເຫນີແຜນທຸລະກິດດີເດັ່ນໄວຫນຸ່ມ ) ທີ່ທະນາຄານໂລກເປັນຜູ້ຈັດ. ທ່ານນາງ ມາລາວົງ ມະນີແສງ ກ່າວຕື່ມວ່າ: ປະຈຸບັນ ຜະລິດຕະພັນ ຫັດຖະກໍາຣິໄຊໂຄ້ ອາດ-ລາວ ແມ່ນມີ 3 ຂະຫນາດ ນ້ອຍ-ກາງ ແລະ ຂະຫນາດໃຫຍ່, ມີຫລາຍຮູບແບບລວດລາຍ ໃຫ້ເລືອກ ແລະ ຍັງເນັ້ນໃສ່ທາງດ້ານວັດທະນະທໍາລາວ, ສະຖານທີ່ສໍາຄັນ ໃນປະເທດລາວ, ເຊີ່ງປະຈຸບັນແມ່ນໄດ້ມີການຝາກຂາຍ ຕາມສະຖານທີ່ຕ່າງໆ.
Editor: ກຳປານາດ ລັດຖະເຮົ້າ