ພາຍຫລັງ ສໍາເລັດຈາກການຈັບສະຫລາກ ຫາຜູ້ໂຊກດີ ໃນວັນທີ 27 ທັນວາ 2017 ທີ່ຜ່ານມາ ໃນການແຈກລາງວັນແກ່ລູກຄ້າຮ້ານຄໍາພູວົງ ສະຫລອງຄົບຮອບ 34 ປີ ໂດຍມີລາງວັນໃຫຍ່ ຊຸດປະດັບຄໍາ ຍິ່ງ-ຊາຍ ນໍ້າຫນັກ 34 ບາດ, ພ້ອມດ້ວຍລາງວັນອື່ນໆ ຢ່າງຫລວງຫລາຍ. ດັ່ງນັ້ນ ມາໃນວັນທີ 5 ມັງກອນ 2018 ທີ່ສູນການຄ້າວຽງຈັນ ເຊັນເຕີ ຮ້ານຄໍາພູວົງ ແມ່ນໄດ້ຈັດພິທີມອບຄໍາ ແກ່ລູກຄ້າຜູ້ໂຊກດີ ຢ່າງເປັນທາງການ, ໂດຍມີລາງວັນໃຫຍ່ ລາງວັນທີ 1 ເຄື່ອງປະດັບຍິງ-ຊາຍ ນໍ້າຫນັກລວມ 34 ບາດ ຈໍານວນ 1 ລາງວັນ. ພ້ອມນັ້ນ ຍັງມີລາງວັນທີ 2 ຄໍາຫນັກ 2 ບາດ ຈໍານວນ 2 ລາງວັນ ແລະ ລາງວັນທີ 3 ຄໍາຫນັກ 1 ສະຫລຶງ ຈໍານວນ 34 ລາງວັນ.
ໃນພິທີດັ່ງກ່າວ ທ່ານ ພູວົງ ພະມີສິດ ປະທານຮ້ານຄໍາພູວົງ ກ່າວວ່າ: ການມອມໂຊກແຈກລາງວັນ ຄືນກໍາໄລແກ່ລູກຄ້າ ຂອງຮ້ານຄໍາພູວົງ ປີ 2017 ແມ່ນເປັນປີທີ 2 ເພື່ອເປັນການສະເຫລີມສະຫລອງ ຄົບຮອບ 34 ປີ ຂອງຮ້ານຄໍາພູວົງ ແລະ ໃນປີທໍາອີດ ໃນປີ 2016 ປີນັ້ນແມ່ນແຈກລາງວັນໃຫຍ່ 33 ບາດ. ຜ່ານມາລູກຄ້າຮ້ານຄໍາພູວົງ ມີຢ່າງຫລວງຫລາຍ ເກືອບທົ່ວປະເທດ ທີ່ນິຍົມຊົມໃຊ້ ຮ້ານຄໍາພູວົງ. ເພາະເຫັນວ່າ ຄໍາດີມີຄຸນນະພາບ ແລະ ການບໍລິການທີ່ດີຕໍ່ສັງຄົມ. ລວຍລາຍສວຍງາມ ຖືກໃຈລູກຄ້າ ທຸກເພດ-ທຸກໄວ.
ການມອບຄໍາ ແກ່ລູກຄ້າຜູ້ໂຊກດີ ຄັ້ງນີ້ ລາງວັນທີ 3 ມີ 34 ລາງວັນ, ຄໍາຫນັກ 1 ສະຫລຶງ, ລູກຄ້າຜູ້ໂຊກດີ ຈໍານວນ 34 ທ່ານແມ່ນມາຈາກພາຍໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງ
ສ່ວນວ່າ: ລາງວັນທີ 2 ມີ 2 ລາງວັນ ເປັນຄໍາຫນັກ 2 ບາດ 2 ທ່ານ ໄດ້ແກ່
- ທ່ານນາງ ສຸກສໍາລານ ມູນສະຫວ່າງ ຢູ່ບ້ານສິວິໄລ,ເມືອງໄຊທານີ,ນະຄອນຫລວງວຽງຈັນ ແລະ ຜູ້ທີ ສອງແມ່ນ ທ່ານນາງ ວິໄລພອນ ລາດຊະວົງ ບ້ານຫນອງດາ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ
- ສໍາລັບລາງວັນໃຫຍ່ ລາງວັນທີ 1 ຄໍາຫນັກ 34 ບາດ 1 ລາງວັນ ຜູ້ໂຊກດີໄດ້ແກ່ ທ່ານນາງ ແສງດາວ ຢູ່ທີ່ບ້ານໂພນແຮ່, ເມືອງທຸລະຄົມ, ແຂວງວຽງຈັນ
- ໃຫ້ກຽດມອບໂດຍ ທ່ານ ພູວົງ ພະມິສິດ ປະທານຮ້ານຄໍາພູວົງ. ໂດຍຊ່ອງຫນ້າບັນດາແຂກທີ່ເຂົ້າຮ່ວມພາຍໃນງານ ແລະ ສື່ມວນຊົນ ຢ່າງພ້ອມພຽງ.
- ສໍາລັບ ໃນປີ 2018 ຮ້ານຄໍາພູວົງຍັງມີແຜນຂະຫຍາຍສາຂາເພີ່ມອອກໄປໃນທົ່ວປະເທດ ແລະ ກໍ່ຍັງຈະສຶບຕໍ່ແຈກໂຊກແກ່ລູກຄ້າ ຢ່າງຕໍ່ເນື່ອງ ເປັນປີທີ 3 ປະຈໍາປີ 2018
Editor: ກຳປານາດ ລັດຖະເຮົ້າ