ໃນວັນທີ 5 ມັງກອນ 2018 ທີ່ ຫ້ອງການປົກຄອງບ້ານສາຍລົມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທ່ານນາງ ບົວລອນ ວົງດາລາແສນ ເຈົ້າເມືອງ ເມືອງຈັນທະບູລີ ໄດ້ໃຫ້ກຽດເປັນປະທານ ແລະ ກ່າວເປີດ ກອງປະຊຸມ ການຂື້ນແຜນກໍານົດພະນັກງານນໍາພາ - ຄຸ້ມຄອງຂັ້ນບ້ານ ເຂົ້າຮ່ວມມີ ທ່ານ ໄມວິໄລສຸກ ແສນອຸໄທ ຄະນະປະຈໍາພັກເມືອງ ຫົວຫນ້າກອງບັນຊາການ ປກສ ເມືອງຈັນທະບູລີ, ມີບັນດານາຍບ້ານ, ຮອງນາຍບ້ານ, ພະນັກງານບໍານານ - ອາວຸໂສ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານນາງ ບົວລອນ ວົງດາລາແສນ ເຈົ້າເມືອງ ເມືອງຈັນທະບູລີ ໄດ້ກ່າວເຖິງຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍຄືການຂື້ນແຜນກໍານົດພະນັກງານນໍພາ - ຄຸ້ມຄອງຂັ້ນບ້ານ, ເວົ້າລວມ ເວົ້າສະເພາະ ກໍຄື ບ້ານສາຍລົມ ແລະ ເພື່ອປະກາດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເຊິງກອງປະຊຸມຄັ້ງນີ້ແມ່ນປະຕິບັດຕາມຄໍາສັ່ງເລກທີ 08 ຂອງກົມການເມືອງສູນກາງພັກ ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນທົວປະເທດເວົ້າລວມ ເວົ້າສະເພາະ ກໍຄືເມືອງຈັນທະບູນລີ ເພື່ອເນາະນໍາໃຫ້ ບ້ານ ຂື້ນແຜນກໍ່ສ້າງພະນັກງານຮຸ້ນສືບທອດ ແລະ ພະນັກງານປ່ຽນແທນ ທັງໃນໄລຍະສັ້ນ ແລະ ໄລຍະຍາວ, ແນະນໍາໃຫ້ບ້ານໄດ້ຄົ້ວຄົ້ນ, ພິຈາລະນາ ແລະ ຈັດຕັ້ງປະຕິບັດ ຄັດເລືອກເອົາຜູ້ທີ່ມີຄວາມເໝາະສົມ, ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສີນທໍາປະຕິຫວັດ ແລະ ມີຄວາມສາມມັກຄີ ເພື່ອສ້າງໃຫ້ພວກເຂົາເລົ່ານັ້ນ ກາຍເປັນຜູ້ທີ່ມີຄວາມສາມາດ ທີ່ຈະມາຊີ້ນໍາ - ນໍາພາ ແລະ ຮັບໃຊ້ພໍ່-ແມ່ ປະຊາຊົນພາຍໃນບ້ານ ໃນອານາຄົດອັນໃກ້.
ນອກຈາກນັ້ນ ທ່ານເຈົ້າເມືອງ ຍັງໄດ້ເນັ້ນໜັກ ໃຫ້ບ້ານສາຍລົມ ເອົາໃຈໃສ່ຕື່ມຕໍ່ ວຽກງານແຂ່ງຂັ້ນຮັກຊາດ ແລະ ພັດທະນາ ເນື້ອໃນ 3 ຫຼຸດ - 3 ເພີ່ມ ຄື: ຫຼຸດຄວາມບໍ່ເປັນລະບຽບຮຽບຮ້ອຍ, ຫຼຸດບັນຫາຜ່ອນບັນຫາຢາເສບຕິດ - ປະກົດການຫຍໍ້ທໍ້, ຫຼຸດຜ່ອນການຈໍລະຈອນທີ່ແອອັດ ແລະ ເພີ່ມກໍ່ຄື: ເພີ່ມຄວາມອາດສາມາດໃນການເກັບລາຍຮັບ, ເພີ່ມຄວາມຮັບຜິດຊອບ ແລະ ເພີ່ມຄວາມສາມັກຄີເປັນອັນໜຶ່ງອັນດຽວກັນ.
ໃນໂອກາດດັ່ງກ່າວ ທ່ານ ໄມວິໄລສຸກ ແສນອຸໄທ ຄະນະປະຈໍາພັກເມືອງ ຫົວຫນ້າກອງບັນຊາການ ປກສ ເມືອງຈັນທະບູລີ ຍັງໄດ້ເນັ້ນຢໍ້າຕື່ມກ່ຽວກັບການຂື້ນແຜນກໍານົດພະນັກງານນໍາພາ - ຄຸ້ມຄອງຂັ້ນບ້ານ ຂອງບ້ານສາຍລົມ ໃຫ້ເອົາໃສ່, ເຮັດໃຫ້ສໍາເລັດຕາມການຊີ້ນໍາ-ນໍາພາຂັ້ນເທິງ ແລະ ເປັນແບບຢ່າງ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ແກ່ບ້ານອື່ນໆຕໍ່ໄປ.
Editor: ກຳປານາດ ລັດຖະເຮົ້າ