ເພື່ອຂານຮັບກັບປີທ່ອງທ່ຽວລາວ 2018 ນີ້້, ມີຫລາຍຫົວຫນ່ວຍທຸລະກິດ, ຫລາຍຂະແຫນງການ ກໍ່ໄດ້ມີການປັບຕົວ ເພື່ອດຶງດູດລາຍຮັບ ຈາກການທ່ອງທ່ຽວໃຫ້ເກີດປະໂຫຍຫລາຍທີ່ສຸດໃນທຸລະກິດຂອງຕົນ ເຊັ່ນດຽວກັນກັບໂຮງງານ ເຄແອນບີ ເຟີນິເຈີ ຜູ້ຜະລິດສິນຄ້າເຟີນິເຈີລາຍໃຫຍ່ ຢູ່ໃນແຖວຫນ້າຂອງປະເທດ ກໍ່ກຳລັງມີການປັບປຸງສິນຄ້າໃຫ້ມີລັກຊະນະທີ່ນ້ອຍລົງ ເພື່ອສາມາດໃຫ້ນັກທ່ອງທ່ຽວໄດ້ຊື້ຫາ ເປັນຂອງຕ້ອນຂອງຝາກ ຂອງທີ່ລະນຶກ ຊຶ່ງກັນ ແລະ ກັນ ໃນເວລາກັບຄືນປະເທດ.
ທາງດ້ານທ່ານ ກອງມາລາ ພົມມາໄລ, ເຈົ້າຂອງໂຮງງານ ເຄແອນບີ ເຟີນິເຈີ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ສຳລັບ ເຄື່ອງທີ່ລະນຶກໃຫ້ນັກທ່ອງທ່ຽວ ຖືວ່າເປັນສິນຄ້າອີກຢ່າງຫນຶ່ງທີ່ສາມາດນຳເງິນໄດ້ຢ່າງມະຫາສານ ຖ້າຜູ້ປະກອບການໃນດ້ານນີ້ ຫາກຮູ້ຈັກຜັນຂະຫຍາຍຕໍ່ຍອດ ດຶງດູດເອົາການຈັບຈ່າຍຂອງນັກທ່ອງທ່ຽວ, ເພາະຈຸດເດັ່ນຂອງສິນຄ້າຫລາຍໆຊະນິດ ທີ່ນັກທ່ອງທ່ຽວໄດ້ເລືອກຊື້ ລ້ວນແລ້ວແຕ່ຜະລິດຈາກ ສີໄມລາຍມືຄົນຂອງລາວ ແລະ ເປັນເອກະລັກສະເພາະຂອງລາວ ໂດຍສະເພາະ ຫັດຖະກຳໄມ້ແກະສະຫລັກຈາກໄມ້ ແລະ ຫວາຍ ຊຶ່ງຫັດຖະກຳປະເພດນີ້ ຈະມີລວດລາຍເປັນເອກະລັກ ສະເພາະຂອງຄົນລາວ ທີ່ຜະລິດຈາກສີໄມ້ລາຍມືຂອງຄົນລາວເຜົ່າຕ່າງໆ ເຊິ່ງມີຄວາມແຕກຕ່າງຂອງແຕ່ລະຊົນເຜົ່າຢ່າງຊັດເຈນ, ມີຄຸນນະພາບດີ, ລາຄາກໍ່ບໍ່ແພງປານໃດ ມີໃຫ້ເລືອກຫລາຍຂະໜາດຕາມຄວາມຕ້ອງການ.
ເພື່ອຮັກສາເອກະລັກ ແລະ ມູນເຊື້ອດັ່ງກ່າວ ເຄແອນບີ ເຟີນິເຈີ ພ້ອມແລ້ວ ທີ່ຈະຊ່ວຍກັນ ອະນຸລັກ ແລະ ສົ່ງເສີມ ໃຫ້ມີການຜະລິດສິນຄ້າ ທີ່ເປັນເອກະລັກ ແລະ ສີໄມ້ລາຍມືຂອງລາວ ກໍຄື ຂອງຊົນເຜົ່າຕ່າງໆ ໃຫ້ນັບມື້ຫລາຍຂຶ້ນ ຫລີກເວັ້ນການຈຳໜ່າຍສິນຄ້າຮຽນແບບຈາກຕ່າງປະເທດ ທີ່ບໍ່ມີຄຸນນະພາບ ເພື່ອຮັກສາຊື່ສຽງ ແລະ ເອກອ້າງຄວາມເປັນຊາດລາວ ໃຫ້ເປັນທີ່ຍອມຮັບຈາກຊາວໂລກ.
Editor: ຕະວັນ ແສງສະຫວັນ