ຕາມຂໍ້ມູນຈາກຂະແໜງປູກຝັງ ທີ່ຂຶ້ນກັບພະແນກກະສິກໍາ-ປ່າໄມ້ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາແຊງສົກປີ 2017-2018 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການ 9.500 ເຮັກຕາ, ຄາດຄະເນແນວພັນ 760 ໂຕນ, ຄາດຄະເນສະມັດຕະພາບ 5,72 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດ 54.350 ໂຕນ. ສ່ວນພືດລະດູແລ້ງໃນເນື້ອທີ່ 9.400 ເຮັກຕາ, ຜົນຜະລິດໃຫ້ໄດ້ 51.450 ໂຕນ. ໃນນັ້ນ, ຜະລິດເປັນສິນຄ້າໃນເນື້ອທີ່ 6.080 ເຮັກຕາ, ຜົນຜະລິດໃຫ້ໄດ້ 36.120 ໂຕນ.
ກະສິກອນໄດ້ເລີ່ມລົງມື ຕົກກ້າເຂົ້ານາແຊງມາແຕ່ຕົ້ນ ເດືອນພະຈິກ 2017 ມາຮອດປະຈຸບັນຕົກກ້າໄດ້ແລ້ວ 242,33 ເຮັກຕາ, ໝົດແນວເຂົ້າປູກ 484,65 ໂຕນ, ສາມາດປັກດໍາໄດ້ແລ້ວ 210,47 ເຮັກຕາ ຄາດວ່າການປູກເຂົ້ານາແຊງ ຈະໃຫ້ສໍາເລັດໃນໄລຍະທ້າຍ ເດືອນເມສາ 2018. ສ່ວນເມືອງທີ່ມີແຜນການ ປູກເຂົ້ານາແຊງຫລາຍກວ່າໝູ່ ແມ່ນເມືອງໜອງບົກ, ເຊບັ້ງໄຟ ແລະ ເມືອງຍົມມະລາດ ເນື່ອງຈາກວ່າເມືອງດັ່ງກ່າວ ມີເນື້ອທີ່ປູກເຂົ້າຫລາຍກວ່າເມືອງອື່ນ, ປະຊາຊົນມີມູນເຊື້ອ ໃນການຜະລິດບວກກັບ ໂຄງການຊົນລະປະທານ ເຂົ້າໃຫ້ການສະໜັບສະໜູນ, ສ່ວນເມືອງຍົມມະລາດ ແມ່ນມີເງື່ອນໄຂ ຈາກຊົນລະປະທານ ຂອງປະຕູນໍ້າປ່ອງທີ 3 ຂອງເຂື່ອນໄຟຟ້ານໍ້າເທີນສອງ.
ສໍາລັບໂຄງການຊົນລະປະທານ ເພື່ອສະໜອງນໍ້າສູ່ ການຜະລິດໃນສົກປີ 2017-2018 ທົ່ວແຂວງມີທັງ ໝົດ 222 ໂຄງການ, ສາມາດນໍາໃຊ້ໄດ້ຕົວຈິງ 135 ໂຄງການ, ໃນນັ້ນຈັກໄຟຟ້າ 101 ໂຄງການ, ຈັກນໍ້າມັນ 10 ໂຄງການ, ຝາຍນໍ້າລົ້ນ 7 ໂຄງການ, ຝາຍດິນ 7 ໂຄງການ, ຝາຍຂົວຫີນ 3 ໂຄງການ, ອ່າງເກັບນໍ້າ 2 ໂຄງການ, ປະຕູນໍ້າ 4 ໂຄງການ ແລະ ຝາຍປະຊາຊົນ 1 ໂຄງການ.
Editor: ດາວໄຊ ສີວິໄລ