ໃນເມື່ອບໍ່ດົນນີ້; ທ່ານ ເພັດສະຫຼາດ ສິມພະລີວົງ ພ້ອມດ້ວຍຄອບຄົວ ແລະ ຍາດຕິພີ່ນ້ອງ, ເພື່ອນມິດສະຫາຍ ໄດ້ມີນໍໍ້າໃຈນໍາເອົາເຄື່ອງອຸປະໂພກ ແລະ ບໍລິໂພກ ນໍາໄປບໍລິຈາກ ໃນງານບຸນນະມັດສະການຮອຍພະບາດດານຂັນ, ດານມົນ ທີ່ຂຶ້ນກັບເມືອງພະລານໄຊ, ແຂວງສະຫວັນນະເຂດ.
ສໍາລັບ ການນໍາເອົາເຄື່ອງໄປບໍລິຈາກໃນຄັ້ງນີ້; ປະກອບມີເຄື່ອງອຸປະໂພກ ແລະ ບໍລິໂພກຈຳນວນໜຶ່ງ ເຊັ່ນ: ຜ້າຫົ່ມ ຈໍານວນ 70 ຜື່ນ, ເຄື່ອງນຸ່ງຫົ່ມກັນໜາວ ຈໍານວນ 50 ເປົ໋າ.
ພ້ອມດຽວກັນນີ້; ກໍ່ຍັງໄດ້ຮັບປະທານອາຫານຟີ ແລະ ດື່ມນໍ້າຊາ, ກາເຟ, ເຂົ້າໜົມ ຈໍານວນໜຶ່ງ. ນອກຈາກນັ້ນ ກໍ່ຍັງໄດ້ນໍາໄປແຈກຢາຍໃຫ້ແກ່ພໍ່ແມ່ປະຊາຊົນທີ່ຢູ່ຫ່າງໄກຊອກຫຼີກ ແລະ ພໍ່ແມ່ປະຊາຊົນທີ່ເດີນທາງໄປ ນະມັດສະການກາບໄຫ້ວສັກກະລະບຸນຄຸນໃນງານບຸນຮອຍພະບາດດານຂັນ, ດານມົນ. ເຊິ່ງສະເລ່ຍເປັນເງິນແມ່ນມູນຄ່າ 10 ລ້ານກີບ. ທັງນີ້ ກໍ່ເພື່ອເປັນການຊ່ວຍເຫຼື່ອໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ຢູ່ຫ່າງໄກຊອກຫຼີກເຮັດໃຫ້ເຂົາເຈົ້າມີຄວາມອົບອຸ່ນຢ່າງສະໝໍ່າສະເໝີ ທັງເຮັດໃຫ້ເຂົາເຈົ້າໄດ້ມີເຄື່ອງນຸ່ງຫົ່ມທີ່ດີ ເຮັດໃຫ້ມີສຸຂະພາບແຂງແຮງ ພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກຈາດຄວາມທຸກຍາກ ແລະ ອຶດຫິວຢ່າງສິ້ນເຊີງຕາມແນວທາງນະໂຍບາຍຂອງພັກວາງອອກ.
ທ່ານ ເພັດສະຫຼາດ ສິມພະລີວົງ ໄດ້ກ່າວວ່າ: ການນຳເອົາເຄື່ອງມາບໍລິຈາກຄັ້ງນີ້; ແມ່ນໄດ້ປະຕິບັດກັນມາເປັນປິທີ 8 ແລ້ວ ທີ່ນໍາເຄື່ອງມາແຈກຢາຍຢູ່ທີ່ຮອຍພະບາດດານຂັນ, ດານມົນ ນີ້. ນອກນັ້ນ ຍັງໄດ້ໄປແຈກຢາຍບ່ອນອື່ນໆ ເຊັ່ນ ຢູ່ບັນດາແຂວງ ພາກເໜືອ ເປັນຕົ້ນ ແຂວງ ຫົວພັນ ທີ່ຜ່ານມາ.
Editor: ດາວໄຊ ສີວິໄລ