ຫົວໜ້າພະແນກກະສິກຳ-ປ່າໄມ້ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ສະພາບການປູກຢາງພາລາຢູ່ແຂວງໄຊຍະບູລີ ໄດ້ເລີ່ມມີມາແຕ່ປີ 2005, ໂດຍສະເພາະຢູ່ເມືອງປາກລາຍ ທີ່ເຫັນວ່າສະພາບພູມີອາກາດ ແລະ ທີ່ດິນມີຄວາມ ເໝາະສົມໃນການປູກພຶດດັ່ງກ່າວ ໂດຍໄດ້ມີການຂະຫຍາຍໄປສູ່ຫຼາຍເມືອງທີ່ປະຊາຊົນປູກເອງ ເຊັ່ນ: ເມືອງໄຊຍະບູລີ, ເມືອງຄອບ, ຊຽງຮ່ອນ, ເມືອງເງິນ, ຫົງສາ, ເມືອງພຽງ, ແກ່ນທ້າວ ແລະ ເມືອງບໍ່ແຕນ, ລວມມີເນື້ອທີ່ຫລາຍກວ່າ 8 ພັນເຮັກຕາ ແລະ ນອກນີ້, ຍັງມີ 6 ບໍລິສັດຂອງຕ່າງປະເທດ ທີ່່ເຂົ້າມາລົງທຶນປູກຕື່ມໃນເນື້ອທີ່ກວ່າ 5 ພັນເຮັກຕາ, ພ້ອມທັງສົ່ງເສີມປະຊາຊົນປູກຕື່ມອີກ 3.600 ກວ່າເຮັກຕາ, ເຊິ່ງມາຮອດປັດຈຸບັນຫລາຍເມືອງແມ່ນໄດ້ເລີ່ມການກີດເອົານໍ້າຢາງໄດ້ແລ້ວ.
ທ່ານຫົວໜ້າພະແນກດັ່ງກ່າວໃຫ້ຮູ້ວ່າ: ໂດຍລວມ, ເຫັນວ່າສະພາບການປູກຢາພາລາຢູ່ແຂວງໄຊຍະບູລີແມ່ນເປັນຂະບວນກວ້າງຂວາງສົມຄວນ, ແຕ່ເພື່ອໃຫ້ການປູກພຶດດັ່ງກ່າວມີປະສິດທິຜົນສູງທາງດ້ານເສດຖະກິດເຫັນວ່າຕ້ອງໄດ້ເອົາໃຈໃສ່ໃນການພັດທະນາຫລາຍດ້ານ ເປັນຕົ້ນ: ການຄຸ້ມຄອງຜະລິດຢາງ, ການລົງທຶນປູກຕົ້ນຢາງ, ການຕະຫລາດ, ດ້ານລາຄາ, ການນຳໃຊ້ແຮງງານເຂົ້າໃນການຜະລິດຢາງ, ການປົກປ້ອງສຸຂະພາບຂອງແຮງງານທີ່ເຮັດວຽກຢູ່ສວນຢາງ, ການສະໜອງສິນເຊື່ອ ແລະ ບັນຫາສິ່ງແວດລ້ອມຕ່າງໆທີ່ຕິດພັນກັບຂະບວນການຜະລິດ.
ບັນຫາດັ່ງກ່າວ, ໄດ້ມີການປຶກສາຫາລືຢູ່ກອງປະຊຸມຫລຸບຖອດຖອນບົດຮຽນການປູກຢາງພາລາ ທົ່ວແຂວງໄຊຍະບູລີ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍການເປັນປະທານຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ທ່ານ ວິໄລວັນ ພົມເຂ ປະທານສະມາຄົມຢາງພາລາລາວ, ມີນັກລົງທຶນ, ຜູ້ປູກຢາງພາລາ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ.
Editor: ເສດຖະກິດ-ການຄ້າ