ເມືອງຊະນະຄາມ ເປັນເມືອງໜື່ງ ທີ່ນອນຢູ່ໃນແຂວງວຽງຈັນ ປະຊາຊົນສວ່ນຫຼາຍແມ່ນດຳລົງຊີວິດໃນການປູກຝັງລຽ້ງສັດເປັນອາຊີບຕົ້ນຕໍ່ ເພື່ອຍົກລະ¬ດັບຊີ¬ວິດການເປັນຢູ່ຂອງປະ¬ຊາ¬ຊົນໃຫ້ນັບມື້ດີຂຶ້ນ ຈາກການຜະ¬ລິດກະ¬ສິ¬ກຳເປັນສິນ¬ຄ້າ ຫຼຸດ¬ຜ່ອນການຖາງປ່າເຮັດໄຮ່ ແລະ ກ້າວໄປເຖິງການຫຼຸດພົ້ນອອກຈາກຄວາມ¬ທຸກຍາກເທື່ອລະກ້າວ ຕາມແນວ¬ທາງນະໂຍບາຍຂອງພັກທີ່ວາງໄວ້. ເພື່ອບັນ¬ລຸຄາດ¬ໝາຍດັ່ງ¬ກ່າວ ພັກ-ລັດ¬ຖະ¬ບານ ກໍຄືອຳນາດການປົກຄອງ ແຂວງວຽງຈັນ ໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງ, ການຜະລິດກະສິກໍາເປັນສິນຄ້າ ສະນັ້ນ ຈຶ່ງໄດ້ສົມ¬ທົບກັບ ບໍລິສັດ ແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈໍາກັດຜູ້ດຽວ ເປັນຜູ້ຮັບເໜົາກໍ່ສ້າງໂຄງ¬ການອ່າງເກັບນໍ້າ ນໍ້າແກບ ແລະ ໂຄງການຟື້ນຟູ ແລະ ສ້ອມແປງເພື່ອຍົກລະດັບຊົນລະປະທານ ນໍ້າທູນ ທີ່ນອນຢູ່ເມືອງຊະນະຄາມ, ແຂວງວຽງຈັນ ເຊີ່ງທັງສອງໂຄງການນີ້ແມ່ນກວມເອົາເນື້ອທີທັງໜົດ 1000 ເຮັກຕ້າ ກວມເອົາ 7 ບ້ານ ມີບ້ານນາແກບ, ນາກາງ, ນາມອຍ, ບ້ານໂຄກເຂົ້າດໍ, ບ້ານຫວຍເຕົ່າ, ບ້ານໃຫມ່ປາກທູນ ແລະ ບ້ານປຸ່ງມາ ຖ້າໂຄງ¬ການນີ້ສ້າງສຳເລັດ ມີຄວາມອາດສາ¬ມາດສະໜອງນ້ຳໃຫ້ແກ່ເນື້ອ¬ທີ່ການຜະລິດຂອງປະ¬ຊາ¬ຊົນເຂດເມືອງ ຊະນະຄາມ ໄດ້ 1000 ກວ່າເຮັກ¬ຕາ
ທ່ານ ນາງ ແພງພອນ ຂັນທະຍົງທອງ ປະທານບໍລິສັດ ແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານຈຳກັດຜູ້ດຽວ ໃນນາມຜູ້ຮັບເໜົາກໍ່ສ້າງ ໄດ້ກ່າວວ່າ: ໂຄງການກໍ່¬ສ້າງອ່າງຊົນ¬ລະ¬ປະ¬ທານແຫ່ງນີ້ ໄດ້ເລີ່ມມາແຕ່ເດືອນທັນ¬ວາ 2017 ໂດຍແມ່ນບໍ¬ລິ¬ສັດ ແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ເປັນຜູ້ຮັບ ເໝົາກໍ່¬ສ້າງ ດ້ວຍມູນຄ່າ 100 ກວ່າຕື້ກີບ ເຊີ່ງປະຈຸບັນບໍລິສັດແມ່ນໄດ້ເອົາໃຈໃສ່ ຕັດສັນຄອງເໜືອງ, ບຸກເບີກຫຼອກໜ້າດິນແຫຼວຄອງເໜືອງ ປະຈຸບັນ ບັນລຸໄດ້ 7 ສວ່ນຮ້ອຍ, ຖ້າວ່າໂຄງ¬ການຊົນ¬ລະ¬ປະ¬ທານແຫ່ງນີ້ ສ້າງສຳ¬ເລັດ ຈະນຳຜົນປະ¬ໂຫຍດຫຼາຍສົມ¬ຄວນໃຫ້ແກ່ປະ¬ຊາ¬ຊົນເຂດດັ່ງ¬ກ່າວ ເປັນ¬ຕົ້ນ ຈະມີເນື້ອ¬ທີ່ຜະ¬ລິດກະ¬ສິ¬ກຳເພີ່ມຂຶ້ນ ສາ¬ມາດປູກເຂົ້າໄດ້ 2 ລະ¬ດູ ຄື ລະດູແລ້ງ ແລະ ລະດູຝົນ, ສ້າງພື້ນຖານເສດຖະກິດຂອງປະຊາຊົນບັນດາເຜົ່າໃນເຂດໂຄງການໃຫ້ເຂັ້ມແຂງ, ຫາທາງອອກໃນການຈັດສັນອາຊີບຄົງທີໃຫ້ປະຊາຊົນໃນເຂດໂຄງການໃນການບໍລິຫານຄຸ້ມຄອງຊັບພະຍາກອນນໍ້າແບບປະສົມປະສານ ເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກບ້ານທຸກຍາກຂອງ ເມືອງຊະນະຄາມໃນປີ 2020.
ມີສຽງສໍາພາດທ່ານ ນາງ ແພງພອນ ຂັນທະຍົງທອງ ປະທານບໍລິສັດແພງພອນ ກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວມາໃຫ້ຮັບຊົມ.
Editor: ຕະວັນ ແສງສະຫວັນ