ພິທີວາງສີລາລຶກໂຄງການກໍ່ສ້າງ ແລະ ສຳປະທານຕຶກບໍລິການປີ່ນປົວຄົນເຈັບ ທອງນຸ່ນ ທີ່ໂຮງໜໍມິດຕະພາບ ໄດ້ຈັດຂື້ນໃນວັນທີ 30 ທັນວາ 2017 ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ປອ ສີນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ດຣ ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ ສະຫນອງ ທອງຊະນະ, ຜູ້ອໍານວຍການໂຮງໜໍມິດຕະພາບ, ທ່ານ ພຸດສະດຸ ອິນທະວົງ, ປະທານກຸ່ມບໍລິສັດ ມາລີນີ ຈຳກັດ ພ້ອມດ້ວຍຮອງລັດຖະມົນຕີ, ເຈົ້າເມືອງ, ຫົວໜ້າກົມ-ຮອງກົມ, ພະນັກງານແພດໜໍ ແລະ ພະນັກງານວິຊາການບໍລິສັດ ມາລີນີ ຈຳກັດເຂົ້າຮ່ວມ.
ໃນພິທີທ່ານ ພຸດສະດຸ ອິນທະວົງ ປະທານກຸ່ມບໍລິສັດ ມາລີນີ ຈຳກັດ ໄດ້ຂື້ນລາຍງານໂດຍຫຍໍ້ ເຊີ່ງທ່ານໄດ້ກ່າວວ່າ: ກຸ່ມບໍລິສັດ ມາລີນີ ຈຳກັດ ໄດ້ດໍາເນີນທຸລະກິດຫຼາຍຂະແໜງການ ເຊັ່ນ: ກໍ່ສ້າງທົ່ວໄປ, ການກໍ່ສ້າງຂົວທາງ, ຜະລິດຄອນກຣີດສໍາເລັດຮູບ, ຜະລິດປຸ໋ຍຊີວະພາບ-ເພື່ອການກະສິກໍາ, ທ່ອງທ່ຽວ ປະກອບສ່ວນພັດທະນາພື້ນຖານໂຄງລ່າງແບບສຳປະທານບໍລິການ ແລ້ວມອບໃຫ້ລັດ, ໃນການດໍາເນີນທຸລະກິດຂອງກຸ່ມບໍລິສັດ ມາລີນີ ມາຮອດປະຈຸບັນແມ່ນຄົບຮອບ 25 ປີ, ເຊີ່ງໂຄງການກໍ່ສ້າງຕຶກບໍລິການປິ່ນປົວຄົນເຈັບ ທອງນຸ່ນ ກໍ່ເປັນທາງເລືອກ ໜື່ງໃຫ້ຄົນເຈັບທີ່ນອນປີ່ນປົວຢູ່ໂຮງໜໍມິດຕະພາບ ທີ່ພ້ອມໃຫ້ໄດ້ມີຄວາມສະດວກສະບາຍ, ແລະ ເປັນໂຄງການຮູບແບບການລົງທຶນ ແລະ ສຳປະທານ ແບບ ບີໂອທີ BOT, ສ່ວນຂະໜາດຂອບເຂດຂອງໂຄງການມີ 4,133 ມ2, ຂະໜາດການກໍ່ສ້າງ 25x50 ແມັດ ເປັນອາຄານ(6ຊັ້ນ) ມູນຄ່າ 8.289.000 ໂດລາສະຫະລັດ ໄລຍະເວລາຂອງການກໍ່ສ້າງ 36 ເດືອນ, ໃນນັ້ນ ມີຫ້ອງນອນຄົນເຈັບ 119 ຕຽງ 52 ຫ້ອງ, ຫ້ອງຕຽງດ່ຽວ 24 ຫ້ອງ, ຫ້ອງຕຽງຄູ່ 20 ຫ້ອງ, ຫ້ອງ 3 ຕຽງ 3 ຫ້ອງ, ຫ້ອງ 4 ຕຽງ 3 ຫ້ອງ, ຫ້ອງແພດ 1 ຫ້ອງ, ຫ້ອງພະຍາບານ 1 ຫ້ອງ,ຫ້ອງນອນພີ່ນ້ອງມາເຝົ້າ 73 ຫ້ອງ ມີ 103 ຕຽງ, ຫ້ອງຕຽງດ່ຽວ 32 ຫ້ອງ, ຫ້ອງຕຽງຄູ່ 21 ຫ້ອງ, ຫ້ອງ 2 ຕຽງທຳມະດາ 13 ຫ້ອງ, ຫ້ອງຊຸດຕຽງນອນ 7 ຫ້ອງ ແລະ ຮ້ານອາຫານ ພ້ອມສິ່ງອໍານວຍຄວາມສະດວກຄົບຊຸດ.
ຈາກນັ້ນ ຄະນະຜູ້ແທນທີ່ເຂົ້າຮ່ວມ ກໍ່ໄດ້ພ້ອມກັນວາງສີລາລຶກ ເພື່ອເປັນສີລິມຸງຄຸນໃຫ້ແກ່ການກໍ່ສ້າງໂຄງການ ແລະ ສຳປະທານຕຶກບໍລິການປີ່ນປົວຄົນເຈັບຂອງໂຮງໜໍມິດຕະພາບ.
Editor: ຕະວັນ ແສງສະຫວັນ