ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດກອງປະຊຸມຄະນະກຳມະການຈັດຕັ້ງການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ III ເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XII ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍເປັນປະທານຂອງທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ມີທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືວຽກງານກະກຽມການຈັດຕັ້ງແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ 3 ເປັນຕົ້ນ ແຜນການແຂ່ງຂັນແຮງງານແຫ່ງຊາດ ແລະ ເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ເຜີຍແຜ່ໜ້າທີ່ຮັບຜິດຊອບຂອງຄະນະກຳມະການຊີ້ນຳ ແລະ ອະນຸກຳມະການເຕັກນິກພ້ອມທັງວິທີການລະດົມທຶນສົມທົບ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ ເພື່ອກະກຽມການເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XII.
ກະຊວງ ຮສສ ໄດ້ຮັບມອບໝາຍຈາກລັດຖະບານ ໃນການຮັບຜິດຊອບວຽກງານແຂ່ງຂັນສີມືແຮງງານ ດ້ວຍການປະສານສົມທົບກັບພາກສ່ວນກ່ຽວຂ້ອງຕ່າງໆ ເພື່ອວາງແຜນຈັດຕັ້ງການແຂ່ງຂັນສີມືແຮງງານລະດັບຊາດ ເພື່ອຄັດເລືອກເອົານັກແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12 ທີ່ຈະຈັດຂຶ້ນທ້າຍເດືອນສິງຫາ 2018 ທີ່ປະເທດໄທ ເຊິ່ງລາວມີແຜນຈະສົ່ງນັກແຂ່ງຂັນໃນ 7 ສາຂາເຂົ້າຮ່ວມແຂ່ງຂັນ ຄື: ຊ່າງຈອດ, ຊ່າງພັດທະນາເວັບໄຊ, ຊ່າງຕິດຕັ້ງໄຟຟ້າໃນອາຄານ, ຊ່າງກໍ່, ຊ່າງໄມ້ເຄື່ອງເຮືອນ, ຊ່າງຕັດຫຍິບ ແລະ ຊ່າງປຸງແຕ່ງອາຫານ ເຊິ່ງການແຂ່ງຂັນໃນເວທີດັ່ງກ່າວ ເປັນການແຂ່ງຂັນທັກສະສີມື ຄວາມຮູ້ ໂດຍປະຕິບັດຕາມຂັ້ນຕອນ ລະບຽບ ແລະ ກະຕິກາຂອງການແຂ່ງຂັນ ມີຄວາມປອດໄພ ຄຳນຶງສິ່ງແວດລ້ອມ ຜົນງານໄດ້ມາດຕະຖານ ນອກນີ້ ເປັນການສົ່ງເສີມການພັດທະນາຄຸນນະພາບຂອງການເຝິກ ແລະ ພັດທະນາສີມືແຮງງານ ຍົກລະດັບຄຸນຄ່າຂອງການເຮັດວຽກຂອງຊາວໜຸ່ມ ຊຸກຍູ້ການຮ່ວມມືທາງດ້ານວິຊາການເຕັກນິກໃນການເຝິກ ແລະ ພັດທະນາສີມືແຮງງານ ສະຖາບັນເຝິກ ແລະ ພັດທະນາສີມືແຮງງານດ້ວຍກັນ ລະຫວ່າງ ສະຖາບັນການເຝິກກັບຫົວໜ່ວຍທຸລະກິດ ເພື່ອກ້າວໄປສູ່ການພັດທະນາຫຼັກສູດການເຝິກ ແລະ ພັດທະນາສີມືແຮງງານ.
Editor: ວຽງຈັນໃຫມ່