ຕາມການລາຍງານຈາກ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ໃຫ້ວ່າ: ໃນລະດູການຜະລິດເຂົ້ານາແຊງປີນີ້ ທົ່ວເມືອງທ່າປາງທອງ ມີແຜນຈະຜະລິດເຂົ້ານາແຊງທັງໝົດ 300 ເຮັກຕາ, ປູກພືດສໍາຮອງລະດູແລ້ງ ເຂດຊົນປະທານເຊສາລະລອງ 250 ເຮັກຕາ.
ມາຮອດປະຈຸບັນ ກະຊິກອນທົ່ວເມືອງ ສາມາດຕົກກ້າໄດ້ແລ້ວ 65% ຂອງເນື້ອທີ່ແຜນການ, ໄຖຮູດນາໄດ້ແລ້ວ 80%, ຂົນຝຸ່ນຄອກລົງໃສ່ນາໄດ້ 257 ໂຕນ ແລະ ໄດ້ນໍາໃຊ້ແນວພັນເຂົ້າປັບປຸງ 100% ທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງສະໜອງໃຫ້ 3 ກຸ່ມການຜະລິດຢູ່ເຂດ ຊົນລະປະທານເຊສາລະລອງ, ລວມມີແນວພັນເຂົ້າທ່າສະໂນ 9 ຈຳນວນ 3 ໂຕນ, ທ່າສະໂນ 7 ຈຳນວນ 4,5 ໂຕນ, ສະເລ່ຍສະມັດຕະພາບ 3,8 ໂຕນ/ເຮັກຕາ ທຽບໃສ່ປີຜ່ານມາແມ່ນເຫັນວ່າ ມີທ່າເພີ່ມຂຶ້ນ ແລະ ຈະໄດ້ເລີ່ມລົງມືປັກດໍາໃນກາງ ເດືອນມັງກອນປີ 2018 ນີ້. ສ່ວນນ້ໍາທີ່ນໍາໃຊ້ເຂົ້າໃນການຜະລິດ ແມ່ນນໍາໃຊ້ນ້ໍາຄອງເໝືອງ ຂອງຊົນລະປະທານເຊສາລະລອງ ເຊິ່ງເປັນຄອງນ້ຳແບບນ້ຳໄຫລເຂົ້າເອງ ໂດຍບໍ່ໄດ້ໃຊ້ເຄື່ອງຈັກ ຫລື ກະແສໄຟຟ້າປັ່ນເວລານຳໃຊ້.
ສຳລັບ ການເກັບກ່ຽວຜົນຜະລິດເຂົ້ານາປີ ທົ່ວເມືອງທ່າປາງທອງ ມາຮອດປະຈຸບັນແມ່ນສຳເລັດ 100% ຂອງແຜນການປີ ເຊິ່ງສາມາດຜະລິດເຂົ້າເປືອກໄດ້ 29 ພັນກວ່າໂຕນ, ເທົ່າກັບ 82% ຂອງແຜນການປີ, ສະເລ່ຍສະມັດຕະພາບ 3,5 ໂຕນ/ເຮັກຕາ, ສະເລ່ຍໃສ່ຫົວຄົນ 741 ກິໂລ/ຄົນ/ປີ.
Editor: ດາວໄຊ ສີວິໄລ