ໃນທ້າຍອາທິດຜ່ານມາ ອົງການພຸດທະສາສະໜາສໍາພັນລາວ ເມືອງລະຄອນເພັງ ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ I ສະໄໝທີ VI ຂອງຕົນຂຶ້ນ ຢູ່ທີ່ສະໂມສອນເມືອງ ລະຄອນເພັງ ແຂວງ ສາລະວັນ ໂດຍມີຈຸດປະສົງເພື່ອສະຫຼຸບຕີລາຄາການເຄື່ອນໄຫວວຽກງານຮອບດ້ານປະຈໍາປີ 2017 ແລະ ວາງທິດທາງແຜນການປະຈໍາປີ 2018 ໂດຍການເປັນປະທານຂອງພຣະອາຈານ ສອນໄຊ ແກ້ວເມືອງໃຕ້, ກໍາມະການສູນກາງອົງການພຸດທະສາສະໜາສໍາພັນລາວ, ປະທານອົງການພຸດທະສາສະໜາສໍາພັນລາວແຂວງສາລະວັນ, ພຣະອາຈານ ບຸນເລີດ ສີສຸລາດ ປະທານອົງການພຸດທະສາສະໜາສໍາພັນລາວ ເມືອງລະຄອນເພັງ, ທ່ານ ໜູໄຊ ຈັນດາວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ, ມີຄະນະກໍາມະການອົງການພຸດທະສາສະໜາສໍາພັນຂັ້ນເມືອງ, ຂັ້ນເຂດ, ເຈົ້າອະທິການວັດ, ນາຍບ້ານ, ແນວລາວສ້າງຊາດບ້ານ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ພຣະອາຈານ ວິຊຽນອຸປະລາວົງ ຮອງປະທານອົງການພຸດທະສາສະໜາສໍາພັນລາວເມືອງລະຄອນເພັງ ກໍ່ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງເຄື່ອນໄຫວປະຈໍາປີ 2017 ແລະ ທິດທາງແຜນການປີ 2018 ຂອງອົງການພຸດທະສາສະໜາສໍາພັນເມືອງ ລະຄອນເພັງ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນໜຶ່ງປີຕໍ່ໜ້າ. ເຊິ່ງໃນໜຶ່ງປີຜ່ານມາ ອົງການພຸດທະສາສະໜາສໍາພັນລາວເມືອງລະຄອນເພັງ ໄດ້ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດໜ້າທີ່, ເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວຂອງພຣະສົງສຳມະເນນໃຫ້ເຄື່ອນໄຫວຕາມຫຼັກທໍາມະວິໄນ, ເອົາໃຈ ໃສ່ຊຸກຍູ້ການເຜີຍແຜ່ສິລະທໍາຄໍາສອນຂອງອົງສໍາມາສໍາພຸດທະເຈົ້າ ເພື່ຶອເຮັດໃຫ້ຊາວພຸດທະສາສະນິກກະຊົນໄດ້ຮັບຮູ້ເຂົ້າໃຈ ໃນຫຼັກທໍາຄໍາສອນ ແລະ ຮູ້ໝູນໃຊ້ເຂົ້າໃນການດໍາລົງຊີວິດ, ທັງເປັນການພັດທະນາທາງດ້ານຈິດໃຈ ໃຫ້ຄ່ຽງຄູ່ກັບການພັດທະນາດ້ານເສະຖະກິດ-ສັງຄົມ, ເອົາໃຈໃສ່ບູລະນະວັດວາອາຮາມ ແລະ ປົກປັກຮັກສາວັດຖຸບູຮານທີ່ເປັນຊັບສົມບັດທາງພຸດທະສາສະໜາ. ທົ່ວເມືອງລະຄອນເພັງມີວັດ ທັງໝົດ 67 ວັດ, ມີພຣະສົງຈໍາວັດ 63 ວັດ, ມີພຣະພຸດທະຮູບ 3.629 ອົງ, ໜັງສືຜຸກໃບລານ 139 ຜູກ, ພັນທະສີມາ 11 ຫຼັງ, ມີພຣະສົງ-ສໍາມະເນນ 140 ອົງ, ພຣະສົງ 104 ອົງ ແລະ ສຳມະເນນ 36 ອົງ ແລະ ແມ່ຂາວ 3 ຕົນ.
Editor: ດາວໄຊ ສີວິໄລ