ກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ( ແຂວງວຽງຈັນ-ແຂວງເລີຍ ) ຄັ້ງທີ 19 ໄດ້ຈັດຂຶ້ນໃນວັນທີ 26 ທັນວາ 2017 ) ທີ່ແຂວງເລີຍ ປະເທດໄທ.
ໂດຍການເປັນປະທານຮ່ວມຂອງທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ( ແຂວງວຽງຈັນ-ແຂວງເລີຍ ) ຝ່າຍລາວ.
ແລະ ທ່ານ ໄຊວັດ ຊື່ນໂກສຸນ, ຜູ້ວ່າຣາຊະການແຂວງເລີຍ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ໄທ-ລາວ (ຈັງຫວັດເລີຍ-ແຂວງວຽງຈັນ ) ຝ່າຍໄທ. ມີບັນດາຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້ ທັງສອງຝ່າຍໄດ້ຮ່ວມກັນປຶກສາຫາລື ແລະ ທົບທວນຄືນການຮ່ວມມືໃນການຮັກສາຄາວມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ (ແຂວງວຽງຈັນ-ແຂວງເລີຍ) ໃນໄລຍະຜ່ານມາໃນດ້ານຕ່າງໆຕາມລະບຽບກົນໄກການຮ່ວມມືຂອງສອງຝ່າຍ ທີ່ເຕັມໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ. ກອງປະຊຸມໄດ້ສະແດງຄວາມຍິນດີ ແລະ ສະໜັບສະໜູນການພົວພັນ ລາວ-ໄທ,ໄທ-ລາວ ໃຫ້ແໜ້ນແຟ້ນ ແລະ ຂະຫຍາຍການຮ່ວມມືຢ່າງກ້ວາງຂວາງຂຶ້ນໃນຫຼາຍດ້ານ ໂດຍສະເພາະ ແຂວງວຽງຈັນ ແລະ ແຂວງເລີຍ ລວມທັງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ສາທາລະນະສຸກ,ກະສິກຳ-ອຸດສາຫະກຳ, ການສຶກສາ-ກິລາ ແລະ ດ້ານອື່ນໆ ໃນລະດັບທ້ອງຖິ່ນ ແລະ ປະເທດນຳກັນ ເຊິ່ງເປັນການເສີມສ້າງຄວາມເຂົ້າໃຈ ທີ່ເປັນມູນເຊື້ອທີ່ດີຂອງປະຊາຊົນ ທັງສອງຊາດໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄ້ວາ ແລະ ລົງນາມເຊັນບົດບັນທຶກ ເພື່ອຮ່ວມກັນຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ (ແຂວງວຽງຈັນ-ແຂວງເລີຍ) ຄັ້ງທີ 19 ນີ້ ເຊິ່ງມີເນື້ອໃນດັ່ງນີ້:
- ຫ້າມບໍ່ໃຫ້ກຳລັງທະຫານ, ຕຳຫຼວດຂອງຝ່າຍໃດຝ່າຍໜຶ່ງລາດຕະເວນຕາມໜ້ານໍ້າ, ທາງບົກ ແລະ ນ່ານຟ້າຂອງຝ່າຍໜຶ່ງຢ່າງເດັດຂາດ, ຍົກເວັ້ນກໍລະນີຊ່ວຍເຫຼືອປະຊາຊົນທີ່ປະສົບອຸປະຕິເຫດຕາມລຳນໍ້າຂອງ ແຕ່ຕ້ອງແຈ້ງໃຫ້ອີກຝ່າຍໜຶ່ງຮັບຊາບທັນທີ, ກໍລະນີຝ່າຍໃດຝ່າຍໜຶ່ງເຄື່ອນຍ້າຍ ຫຼື ເພີ່ມກຳລັງເຂົ້າປະຕິບັດໜ້າທີ່ໃດໜຶ່ງຕາມບໍລິເວນຊາຍແດນ ຕ້ອງແຈ້ງໃຫ້ຝ່າຍໜຶ່ງຊາບກ່ອນຢ່າງຊ້າ 48 ຊົ່ວໂມງ ເພື່ອບໍ່ໃຫ້ມີຄວາມເຂົ້າໃຈຜິດຊຶ່ງກັນ ແລະ ກັນ.
- ທັງສອງຝ່າຍມີຄວາມເຫັນ ພ້ອມໃຫ້ມີການດຳເນີນການແກ້ໄຂບັນຫາທີ່ເກີດຂຶ້ນຕາມບໍລິເວນຊາຍແດນດ້ວຍສັນຕິວິທີທຸກກໍລະນີ ກໍລະນີພົນລະເມືອງຝ່າຍໃດຝ່າຍໜຶ່ງຖືກຈັບກຸມຄຸມຂັງ ຍ້ອນລະເມີດຕໍ່ກົດໝາຍຂອງແຕ່ລະປະເທດແລ້ວ ສົ່ງ-ມອບ ໃຫ້ພາກສ່ວນກວດກາຄົນເຂົ້າເມືອງຂອງແຕ່ລະປະເທດ ເພື່ອສົ່ງກັບຄືນປະເທດຕົນດ້ວຍຄວາມປອດໄພ.
- ທັງສອງຝ່າຍເຫັນດີຮ່ວມກັນ ປາບປາມອາສະຍາກຳ, ການລັກລອບສິນຄ້າ, ການລັກລົດໃຫຍ່, ລົດຈັກ, ຄ້າອາວຸດ,ສິ່ງເສບຕິດ, ລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ, ການລວງຫຼອກເດັກ, ຍິງສາວ, ການຄ້າແຮງງານເຖື່ອນ ແລະ ບັນຫາອື່ນໆທີ່ຜິດກັບລະບຽບກົດໝາຍ.
- ເຫັນດີບໍ່ໃຫ້ມີການລ່ວງລໍ້າເຂົ້າໄປທຳມາຫາກິນໃນດິນແດນຂອງກັນ ແລະ ກັນ.
- ຫ້າມບໍ່ໃຫ້ນຳໃຊ້ບັດ VIP ເຂົ້າ-ອອກ ດ່ານ ຂອງແຂວງທີ່ບໍ່ໄດ້ຮັບອານຸຍາດຈາກເຈົ້າແຂວງ ຫຼື ຜູ້ວ່າຣາຊະການຈັງຫວັດ.
ບົດບັນທຶກກອງປະຊຸມຄັ້ງນີ້ ໄດ້ເຮັດເປັນສອງສະບັບ ຄື: ພາສາລາວ ແລະ ພາສາໄທ ທັງສອງພາສາມີຄວາມໝາຍ ແລະ ຄຸນຄ່າເທົ່າທຽມກັນ.
Editor: ຂ່າວແຂວງວຽງຈັນ