ທ່ານ ພອນທິບ ຍົກໄຊຍະຄໍາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງນາຊາຍທອງ ເປີດເຜີຍວ່າ: ໃນໄລຍະສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ສາກົນ 2018 ນີ້ ເຈົ້າໜ້າທີ່ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງນາຊາຍທອງ ໄດ້ລົງຕິດຕາມຄຸມເຂັ້ມ ລາຄາສິນຄ້າຢູ່ບັນດາຕະຫຼາດຂອງເມືອງ ເພື່ອຕິດຕາມ, ແນະນໍາ ເຈົ້າຂອງຕະຫຼາດ, ຈັດສັນ ໃຫ້ມີການຕິດຕາມສະພາບການຄ້າຂາຍສິນຄ້າໃນຕະຫຼາດຂອງຕົນ ເພື່ອບໍ່ໃຫ້ມີການເອົາລັດເອົາປຽບຜູ້ບໍລິໂພກ.
ສຳລັບ ລາຄາສິນຄ້າ ແມ່ນໄດ້ກຳນົດຕາມລາຄາຊີ້ນໍາ ຄື ຊີ້ນໝູປະເພດໜຶ່ງ ຂາຍ 30 – 33 ພັນກີບຕໍ່ກີໂລ, ຊີ້ນງົວ 70 ພັນກີບຕໍ່ກິໂລ, ສ່ວນປະເພດພືດຜັກ ທ່ານຫົວໜ້າຫ້ອງການ ອຸດສາຫະກຳ ແລະ ການຄ້າບອກວ່າ ເມືອງນາຊາຍທອງ ເປັນເມືອງມີການຜະລິດກະສິກຳ ແນ່ນອນວ່າ ສິນຄ້າປະເພດດັ່ງກ່າວ ຈະບໍ່ມີການປັບຂຶ້ນແນ່ນອນ.
ຢ່າງໃດກໍ່ຕາມ ຖ້າຫາກພົບເຫັນແມ່ຄ້າເອົາປຽບຜູ້ບໍລິໂພກ ຂາຍເກີນລາຄາທີ່ລັດກຳນົດ ແມ່ນສາມາດໂທແຈ້ງສາຍດ່ວນປົກປ້ອງຜູ້ຊົມໃຊ້ 1510, ຫຼື ເບີຫ້ອງການອຸດສາຫະກຳ ແລະ ການຄ້າເມືອງນາຍຊາຍທອງ 021 640488.
Editor: ຕະວັນ ແສງສະຫວັນ