ອີງຕາມບົດລາຍງານ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2018 ໄດ້ໃຫ້ຮູ້ວ່າ: ໃນປີ 2018 ລັດຖະບານຈະສູ້ຊົນ ອີງຕາມແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2018 ຂອງພະແນກແຜນການ ແລະ ການລົງທຶນ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ໃນປີ 2018 ແຂວງອຸດົມໄຊ ຈະສູ້ຊົນໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໃຫ້ບັນລຸ 8.5% ເຮັດໃຫ້ລວມຍອດມູນຄ່າຜະລິດຕະພັນໃນ (ຈີດີພີ) ໃນລາຄາປັດຈຸບັນປະມານ 4.052,11 ຕື້ກີບ ແລະ ລວມຍອດມູນຄ່າຜະລິດຕະພັນພາຍໃນ (ຈີດີພີ) ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 1.574ໂດລາຕໍ່ຄົນຕໍ່ປີ, ໃນນັ້ນ: ຂະແໜງກະສິກຳ-ປ່າໄມ້ ເພີ່ມຂຶ້ນ 7% ກວມ 41.85% ຂອງ ຈີດີພີ, ຂະແໜງອຸດສາຫະກຳ-ການຄ້າ ເພີ່ມຂຶ້ນ 8.5% ກວມເອົາ 25.15% ຂອງຈີດີພີ, ຂະແໜງບໍລິການເພີ່ມຂຶ້ນ 10%ກວມເອົາ 33% ຂອງຈີດີພີ.
ລະດົມທຶນທົ່ວສັງຄົມບໍ່ໃຫ້ຫຼຸດ 34% ຂອງ ຈີດີພີ ຫຼື ປະມານ 1.377,72 ຕື້ກີບ, ໃນນີ້, ທຶນຈາກງົບປະມານຂອງລັດ ໃຫ້ໄດ້ 63.90 ຕື້ກີບ ຫຼື ເທົ່າກັບ 4.6%, ທຶນຈາກການຊ່ວຍເຫຼືອລ້າ ແລະ ກູ້ຢືມ ໃຫ້ໄດ້ 178 ຕື້ກີບ ຫຼື ເທົ່າກັບ 12.92%, ທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ 675,82 ຕື້ກີບ ຫຼື ເທົ່າກັບ 49.05% ແລະ ສິນເຊື່ອຈາກທະນາຄານ ໃຫ້ໄດ້ 460 ຕື້ກີບ ຫຼື ເທົ່າກັບ 33.39%. ນອກຈາກນັ້ນ, ຕ້ອງສູ້ຊົນເກັບລາຍຮັບເຂົ້າງົບປະມານແຫ່ງລັດພາຍໃນແຂວງ ໃຫ້ໄດ້ 119,96 ຕື້ກີບ, ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 450,59 ຕື້ກີບ ແລະ ຂາດດູນງົບປະມານໃຫ້ຢູ່ໃນລະດັບ -330,62 ຕື້ກີບ. ສ່ວນດ້ານການຄ້າແມ່ນສູ້ຊົນໃຫ້ມູນຄ່າການສົ່ງອອກບັນລຸໃຫ້ໄດ້ 102 ຕື້ກີບ ແລະ ມູນຄ່າການນຳເຂົ້າປະມານ 120 ຕື້ກີບ.
Editor: ຂ່າວເສດຖະກິດ-ສັງຄົມ