ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນໃນລະດັບ 7% ແລະ ສ້າງມູນຄ່າເພີ່ມຕາມລາຄາໃນປີ ໃຫ້ໄດ້ປະມານ 149.471 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 2.536 ໂດລາສະຫະລັດ, ເຊິ່ງໃນນັ້ນ ຂະແໜງກະສິກຳ ເພີ່ມຂຶ້ນ 2,8% ກວມເອົາປະມານ 15,73%; ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 9,1% ກວມເອົາປະມານ 30,79%; ຂະແໜງການບໍລິການເພີ່ມຂຶ້ນ 6,4% ກວມເອົາປະມານ 414,83%; ພາສີ-ອາກອນ ແລະ ການນຳເຂົ້າ ເພີ່ມຂຶ້ນ 9,0% ກວມເອົາປະມານ 11,80% ຂອງ GDP.
ເຊິ່ງຂະແໜງການຫລັກ ທີ່ຈະຊຸກຍູ້ໃຫ້ເສດຖະກິດ ມີການຂະຫຍາຍຕົວ ໃນປີ 2018 ແມ່ນມາຈາກຂະ ແໜງອຸດສາຫະກຳ ແລະ ຂະແໜງການບໍລິການ, ໂດຍຕົວຂັບເຄື່ອນຕົ້ນຕໍແມ່ນ ພາກການກໍ່ສ້າງ ຄາດວ່າຈະເພີ່ມຂຶ້ນ ໃນລະດັບ 20% ທ່ຽບໃສ່ປີຜ່ານມາ. ສາເຫດແມ່ນຍ້ອນບັນດາກິດຈະກຳໃຫຍ່ໆຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເຊິ່ງຈະເລີ່ມຈັດຕັ້ງປະຕິບັດໃນປີ 2018; ນອກຈາກນັ້ນ ບັນດາການກໍ່ສ້າງເຂື້ອນໄຟຟ້າຕ່າງໆ ຍັງສືບຕໍ່ຈັດຕັ້ງປະຕິບັດ ເປັນຕົ້ນແມ່ນເຂື່ອນໄຟຟ້ານ້ຳຂອງໄຊຍະບູລີ, ເຂື່ອນໄຟຟ້າດອນສະໂຮງ, ເຂື່ອນໄຟຟ້ານ້ຳທາ 1, ເຂື່ອນໄຟຟ້ານ້ຳງຽບ 1, ເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ, ເຂື່ອນໄຟຟ້ານ້ຳອູ 1,3,4,7 ແລະ ເຂື່ອນໄຟຟ້າຂະໜາດນ້ອຍຈຳນວນໜຶ່ງ. ນອກນັ້ນ, ກໍຍັງມີເຂື່ອນໄຟຟ້າທີ່ຈະເລີ່ມຜະລິດໃນປີ 2018 ປະມານ 11 ເຂື່ອນ ຈະຜະລິດພະລັງງານ ໄຟຟ້າໄດ້ ປະມານ 1.787,24 ກິໂລວັດໂມງ (ກໍລະນີຜະລິດເຕັມກຳລັງ).
ສຳລັບ ຂະແໜງການບໍລິການ, ເປັນຂະແໜງການຫລັກທີ່ຂັບເຄື່ອນ ແມ່ນການຄ້າຂາຍຍົກ-ຂາຍ ຍ່ອຍ, ການສ້ອມແປງ, ກິດຈະກຳທີ່ພັກອາໃສ ແລະ ຮ້ານອາຫານ ຈະເພີ່ມຂຶ້ນລະດັບ 8,5% ແລະ 5% ຕາມລຳດັບ. ສາຍເຫດແມ່ນເນື່ອງມາຈາກ ປີ 2018 ເປັນປີການທ່ອງທ່ຽວລາວ ຄາດວ່າຈະມີນັກທ່ອງທ່ຽວ ເຂົ້າມາລາວເພີ່ມຂຶ້ນປະມານ 6%. ນອກຈາກນັ້ນ, ພາກລັດ ເປັນອີກຂະແໜງການໜຶ່ງ ທີ່ຈະຊຸກຍູ້ການເຕີບໂຕ ແລະ ຈະເພີ່ມຂຶ້ນ 5% ສາເຫດ ແມ່ນເນື່ອງມາຈາກ ການເພີ່ມດັດສະນີເງິນເດືອນ ຈາກ 6.500 ກີບ ມາເປັນ 7.200 ກີບ ຈະເຮັດໃຫ້ພາກບໍລິຫານລັດເພີ່ມຂຶ້ນ.
Editor: ຂ່າວສານປະເທດລາວ