ອີງຕາມຄຳສັ່ງຂອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ເລກທີ 2072/ອຄ.ກຄພນ ເລື່ອງໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າພາຍໃນ ເພື່ອບໍ່ໃຫ້ສວຍໂອກາດກັກຕຸນສິນຄ້າໃນວັນບຸນສຳຄັນ ແລະ ເທດສະການໆປະຈຳປີ 2018 ເຊິ່ງຄຳສັ່ງດັ່ງກ່າວມີດັ່ງນີ້:
1. ໃຫ້ພະແນກ ອຄ ແຂວງ, ນະຄອນຫຼວງ ເປັນເຈົ້າການປະສານສົມທົບກັບຂະແໜງການກ່ຽວຂ້ອງພາຍໃນແຂວງ, ເອົາໃຈໃສ່ຄຸ້ມຄອງ ແລະ ຕິດຕາມສະພາບການເໜັງຕີງຂອງລາຄາສິນຄ້າຕົ້ນຕໍໃນທ້ອງຕະຫຼາດຢ່າງເປັນປົກກະຕິ, ໂດຍສະເພາະແມ່ນສິນຄ້າທີ່ມີຜົນກະທົບໄວຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາຕາມລຳພັງໃຈ.
2. ເອົາໃຈໃສ່ຄຸ້ມຄອງ, ຕິດຕາມສິນຄ້າສະບຽງອາຫານປະເພດເຂົ້າກິນ, ຊີ້ນ (ໝູ,ງົວ, ຄວາຍ, ໄກ່, ປາ) ແລະ ພືດຜັກຕ່າງໆ ຢູ່ພາຍໃນແຂວງຂອງຕົນໃຫ້ເປັນໄປຕາມກົນໄກຕະຫຼາດໃນແຕ່ລະໄລຍະບົນພື້ນຖານ ດຳລັດ 474/ນຍ ແລະ ຕາມລະບຽບການກ່ຽວຂ້ອງ ແລະ ໃຫ້ຄິດໄລ່ໂຄງປະກອບລາຄາໃນແຕ່ລະຂອດ ຢ່າງຊັດເຈນ (ຂອດຕົ້ນທຶນການຜະລິດ, ຂາຍຍົກ ແລະ ຂາຍຍ່ອຍ). ສະເພາະສິນຄ້າປະເພດເຂົ້າກິນ ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງຂອດເກັບຊື້ຈາກຊາວນາ, ຂອດໂຮງສີ, ຂອດຂາຍຍົກ ແລະ ຂາຍຍ່ອຍຕາມທ້ອງຕະຫຼາດ. ສະເພາະສິນຄ້າປະເພດຊີ້ນ, ປາ ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງຂອດລ້ຽງ, ຂອດນາຍຮ້ອຍ (ຂາຍຍົກ) ແລະ ຂອດລູກຂຽງ (ຂາຍຍ່ອຍ). ສ່ວນປະເພດພືດຜັກ ແລະ ສະບຽງອາຫານຕ່າງໆ ແມ່ນໃຫ້ເອົາໃຈໃສ່ຄຸ້ມຄອງ ແລະ ຕິດຕາມຂອດເກັບຊື້ຈາກຊາວກະສິກອນ ແລະ ຂອດຂາຍຍ່ອຍ ເພື່ອຫຼີກເວັ້ນການສວຍໂອກາດຂຶ້ນລາຄາ.
3. ເປັນເຈົ້າການໃນການຕິດຕາມ, ກວດກາ, ຄຸ້ມຄອງຢ່າງເປັນປະຈຳ ໃນທ້ອງຕະຫຼາດຫຼັກໆ ພາຍໃນທ້ອງຖິ່ນຂອງຕົນດ້ວຍການແຕ່ງຕັ້ງພະນັກງານໝູນວຽນກັນລົງສົມທົບກັບຫ້ອງການ ອຸດສາຫະກຳ ແລະ ການຄ້າເມືອງ ແລະ ຄະນະຄຸ້ມຄອງຈັດສັນຕະຫຼາດ ເພື່ອພ້ອມກັນຈັດຕັ້ງປະຕິບັດ.
4. ໃຫ້ປະສານສົມທົບ ເພື່ອຂໍຄວາມຮ່ວມມືຈາກຜູ້ປະກອບການເຊັ່ນ: ຜູ້ຜະລິດ, ຜູ້ນຳເຂົ້າ, ຜູ້ສົ່ງອອກ ແລະ ຜູ້ຈຳໜ່າຍບໍ່ໃຫ້ສວຍໂອກາດຂຶ້ນລາຄາສິນຄ້າໃນຊ່ວງເທດສະການ ແລະ ງານບຸນສຳຄັນຕ່າງໆປະຈຳປີ 2018 (ບຸນປີໃໝ່ສາກົນ, ປີໃໝ່ຂອງປະເທດເພື່ອນບ້ານ, ບຸນປີໃໝ່ລາວ).
ນອກຈາກນັ້ນ, ລັດຍັງປະກາດປັບຫຼຸດລາຄາຂາຍຊີ້ນໝູຈາກ 35,000 ກີບຕໍ່ກິໂລ ໃຫ້ເຫຼືອ 33,000 ກິີບຕໍ່ກິໂລ, ຖ້າຫາກພົບເຫັນຂາຍເກີນໃຫ້ແຈ້ງເຈົ້າໜ້າທີ່ການຄ້າ ເຊິ່ງຈັດຕັ້ງປະຕິບັດ ໃນ 9 ຕົວເມືອງ, ໃນນະຄອນຫຼວງວຽງຈັນ ແຈ້ງການເລກທີ 2199/ອຄ.ນວ.ຄພນ ລົງວັນທີ 31 ສິງຫາ 2017 ເລື່ອງ ກຳນົດລາຄາຂາຍົກ – ຂາຍຍ່ອຍຊີ້ນໝູ ເພື່ອແນໃສ່ຊຸກຍູ້ສົ່ງເສີມ ຜູ້ດໍາເນີນທຸລະກິດການຜະລິດ, ຜູ້ຊື້, ຜູ້ຂາຍ ແລະ ເປັນການປົກປ້ອງສິດຜົນປະໂຫຍດຜູ້ຊົມໃຊ້ໃຫ້ມີຄວາມຍຸຕິທຳບົນຟື້ນຖານກົນໄກການຕະຫຼາດ ຫຼີກລຽງການເອົາລັດເອົາປຽບ ລະຫວ່າງຜູ້ຊື້ ແລະ ຜູ້ຂາຍ ທັງຮັບປະກັນໃຫ້ສັງຄົມມີຄວາມສະຫງົບ.
Editor: ກຳປານາດ ລັດຖະເຮົ້າ