ເມື່ອບໍ່ດົນມານີ້, ພຣະອາຈາຣຍ໌ ພຸດທະສອນ ອ່ອນວົງສາ ໄດ້ນຳພາພຸດທະສາສະນິກກະຊົນ ຜູ້ມີໃຈໄຝ່ບຸນທັງຫລາຍ ເຊິ່ງໃນນັ້ນ ມີ ທ່ານນາງ ຍາແມ່ປ້າ ນາລີ ສີສຸລິດ ພັນລະນາທ່ານນາຍົກ, ພ້ອມດ້ວຍຄະນະ ແລະ ຄະນະຈາກມິນິທິຊ່ວຍເຫລືອຄົນທຸກຍາກ ແຫັ່ງ ສປປ ລາວ ໂດຍມີ ທ່ານນາງ ຍາແມ່ປ້າ ພູທອນ ພູມສະຫວັນ, ແລະ ທ່ານນາງ ຍາແມ່ປ້າ ສີສະຫລຽວ ທໍາມະເທວາ ປະທານມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ, ໄດ້ລົງໄປທີ່ແຂວງສະຫວັນນະເຂດ ໃນນັ້ນໄດ້ລົງໄປເມືອງ ແລະ ບ້ານເປົ້າຫມາຍ ເພື່ອນໍາເອົາເຄື່ອງໄປມອບຊ່ວຍເຫລືອປະຊາຊົນ ພ້ອມກັນນັ້ນ ຍັງໄດ້ມອບງົວແມ່ພັນ ຈຳນວນ 20 ໂຕ, ເຄື່ອງກັນຫນາວ, ຜ້າຮົ່ມ, ອຸປະກອນການສຶກສາ ຈໍານວນຫນຶ່ງ ມອບໃຫ້ແກ່ປະຊາຊົນຜູ້ຢູ່ຫ່າງໄກສອກຫລີກ ຢູ່ແຂວງສະຫວັນນະເຂດ ແລະ ເຂດຫ່າງໄກສອກຫລີກອື່ນໆ ໃນເປົ້າຫມາຍ.
ໂອກາດດັ່ງກ່າວ ຄະນະ ຍັງໄດ້ຮ່ວມເປັນປະທານເປີດ ພິພິຕະພັນ ນິລະມິດເສມາ ສາລາມໍຣະກົດ ເກດແກ້ວເມືອງປົ່ງ-ປ່າຫນາມ, ໃນເຂດບ້ານປ່າມ່ວງ, ເມືອງໄຊບູລີ, ແຂວງສະຫວັນນະເຂດ. ຢ່າງເປັນທາງການ. ນອກຈາກນັ້ນ ແຫລ່ງຂ່າວຍັງໄດ້ລາຍງານໃຫ້ຮູ້ຕື່ມວ່າ: ຄະນະ ຍັງໄດ້ເດີນທາງມອບເຄື່ອງຊ່ວຍເຫລືອ ປະຊາຊົນທີ່ທຸກຍາກ ໃນ ເຂດປ່າສະຫງວນພູເຂົາຄວາຍ. ແຂວງບໍລິຄໍາໄຊ, ໃນບັນດາກຸ່ມບ້ານເປົ້າຫມາຍ.
Editor: ກຳປານາດ ລັດຖະເຮົ້າ