ກົມພັດທະນາສີມືແຮງງານ ແລະ ຈັດຫາງານ ສົມທົບກັບ ພາກສ່ວນກຽ່ວຂ້ອງ ໄດ້ຈັດກອງປະຊຸມຄະນະກຳມະການຈັດຕັ້ງການແຂ່ງຂັນມີມືແຮງງານແຫ່ງຊາດ ຄັ້ງທີ່ 3 ເພື່ອກະກຽມເຂົ້າຮ່ວມແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 12 ທີ່ບາງກອກ ປະເທດໄທ ໃນປີ 2018 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ມີບັນດາສະຖາບັນທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ຄອນສີ ມະຫາວົງ ຮອງກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກ່າວຈຸດປະສົງວ່າ: ເພື່ອສົ່ງເສີມການຝືກວິຊາຊີບ ແລະ ພັດທະນາສີມືແຮງງານໃຫ້ກັບກຳລັງແຮງງານລາວ ໃຫ້ມີທັກສະສີມື ໄດ້ມາດຕະຖານຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຕະຫລາດແຮງງານ ທັງພາຍໃນ ແລະ ຕ່າງປະເທດ, ທັງສາມາດປະກອບອາຊີບຕົນເອງ, ເພີ້ມສະມັດທະພາບການຜະລິດ ແລະ ເຮັດໃຫ້ເສດຖະກິດຂອງປະເທດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເພື່ອເປັນການປະເມີນນັກແຂ່ງຂັນ, ບັນດາຄູຝືກ ລວມທັງຫຼັກສູດການຝືກວິຊາຊີບ ແລະ ພັດທະນາສີມືແຮງງານ, ເພື່ອໝູນໃຊໃນຫົວບົດແຂ່ງຂັນລະດັບອາຊຽນ ໃນລະດັບຊາດນຳໄປພັດທະນາປັບປຸງຫຼັກສູດໃນການຝືກອົບຮົມ ພັດທະນາສີມືແຮງງານໃຫ້ສອດຄອງກັບແນວທາງປຽ່ວແປງໃໝ່ທາງດ້ານເຕັກໂນໂລຊີ ແຕ່ລະໄລຍະ, ພ້ອມນີ້ເພື່ອຄັດເລືອກເອົານັກແຂ່ງຜູ້ໜຸ່ມນ້ອຍ, ມີສີມືດີເປັນຕົວແທນທີມຊາດ ສປປ ລາວເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ແລະ ສາກົນ; ຈຳນວນສາຂາຕ່າງໆທີ່ຈະນຳມາແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 12 ທີ່ປະເທດໄທ ໃນລະຫວ່າງ ວັນທີ 24 ສິງຫາ - 4 ກັນຍາ 2018, ໃນນີ້ ສປປ ລາວ ເຮົາມີແຜນເບື່ອງຕົ້ນຈະສົ່ງນັກແຂ່ງຂັນ ໃນ 7 ສາຂາດັ່ງນີ້: ຊ່າງຈອດ, ຊ່າງພັດທະນາເວບໄຊ, ຊ່າງຕິດຕັ້ງໄຟຟ້າໃນອາຄານ, ຊ່າງກໍ່, ຊ່າງໄມ້ເຄື່ອງເຮືອນ, ຊ່າງຕັດຫຍິບ ແລະ ຊ່າງປຸງແຕ່ງອາຫານ, ມີບັນດານັກແຂ່ງຂັນທີມຊາດລາວ ທັງໝົດ 14 ຄົນເຂົ້າຮ່ວມ.
Editor: ກຳປານາດ ລັດຖະເຮົ້າ