ເມື່ອບໍ່ກດົນມານີ້ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງທ່າແຕງ ຜູ້ຊີ້ນໍາຂົງເຂດເສດຖະກິດ ໄດ້ລົງເຄື່ອນໄຫວຕິດຕາມກວດກາໂຄງການຟື້ນຟູເສັ້ນທາງ 3 ເສັ້ນໃນເທດສະບານຂອງເມືອງ ທ່າແຕງ ແຂວງ ເຊກອງ ໂດຍມີພາກສ່ວນກ່ຽວຂ້ອງທັງຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ. ພາຍຫຼັງລົງຕິດຕາມກວດກາແລ້ວ ກໍ່ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆຈາກ ທ່ານ ຖາວອນ ວິໄລທອງ ຫົວໜ້າໜ່ວຍງານ ຂົວທາງ - ເຄຫາ ຈາກຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງທ່າແຕງ ໃຫ້ຮູ້ວ່າ: ຕາມການປະຕິບັດຕົວຈິງຂອງ ຄະນະກໍາມະການຄຸ້ມຄອງກວດກາທາງດ້ານເຕັກນິກ, ປະເມີນຄວາມຄືບໜ້າຂອງການສ້ອມແປງຟື້ນຟູທາງເກົ່າ 3 ເສັ້ນໃນເທດສະບານເມືອງ ຊຶ່ງບັນດາໜ້າວຽກໄດ້ປັບປຸງປົວແປງຂຸມ ດ້ວຍຫີນ ພ້ອມໂລອັດແໜ້ນ, ຊີດຢາງກັນຊືມ, ອະນາໄມ,ຊີດຢາງໜຽວ ເຊິ່ງເສັ້ນທາງດັ່ງກ່າວທີ່ຖືກນໍ້າເຊາະເຈື່ອນເປັນເວລາ 8 ປີ, ເຊິ່ງໄດ້ປະເມີນເສັ້ນທາງ 3 ເສັ້ນດັ່ງກ່າວມີຄວາມຍາວທັງໝົດ 2.100 ແມັດ, ກວ້າງ 6 ແມັດ, ຊຶ່ງໄດ້ຮັບທຶນການກໍ່ສ້າງຈາກກອງທຶນບູລະນະເສັ້ນທາງໄພພິບັດລວມມູນຄ່າ 198 ລ້ານ 3 ແສນກວ່າກີບ ໂດຍແມ່ນບໍລິສັດ ໄຊຈະເລີນຊັບ ກໍ່ສ້າງຂົວທາງ ແລະ ສ້ອມແປງເຄຫາສະຖານເປັນຜູ້ຮັບເໝົາກໍ່ສ້າງ ໄດ້ເລີ່ມມາແຕ່ວັນທີ 10-27 ທັນວາ 2017 ນີ້ ຊຶ່ງປັດຈຸບັນໄດ້ສໍາເລັດແລ້ວ 100 ສ່ວນຮ້ອຍ.
ໂອກາດນີ້ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ທ່າແຕງ ຜູ້ຊີ້ນໍາຂົງເຂດເສດຖະກິດ, ໄດ້ມີຄໍາເຫັນຕໍ່ກອງປະຊຸມກວດກາຕີລາຄາຜົນສໍາເລັດບັນດາແຕ່ລະວຽກງານ ທີ່ມີຄວາມສຳຄັນ ໃນການຈັດຕັ້ງປະຕິບັດຕາມລະບຽບຫຼັກການ ທີ່ທັງສອງຝ່າຍໄດ້ຕົກລົງເຫັນດີນໍາກັນຕາມສັນຍາ, ພ້ອມກັນຕິດຕາມກວດກາ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການໃຫ້ດໍາເນີນການກໍ່ສ້າງຢ່າງວ່ອງໄວ,ມີປະສິດທິພາບ ແລະ ມີຜົນສໍາເລັດຕາມຄາດໝາຍ, ຖືກຕ້ອງສອດຄ່ອງແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ, ໂດຍທຸກຂະແໜ່ງການໄດ້ພ້ອມກັນສຸ່ມໃສ່ບັນດາໜ້າວຽກມີຜົນສໍາເລັດ,ຖືກຕ້ອງ, ຊັດເຈນ, ມີຄວາມໂປ່ງໃສ ແລະ ມີຄວາມເປັນເອກະພາບກັນ ຈິ່ງເຮັດໃຫ້ການຟື້ນຟູເສັ້ນທາງເກົ່າ 3 ເສັ້ນ ໃນເທດສະບານເມືອງທ່າແຕງ, ສໍາເລັດໂດຍພື້ນຖານ. ທັງນີ້ ເພື່ອເຮັດໃຫ້ອໍານວຍຄວາມສະດວກໃນການໄປມາຫາສູ່ ແລກປ່ຽນສິນຄ້າໃຫ້ກັບພໍ່-ແມ່ປະຊາຊົນ ລະຫວ່າງ ບ້ານຕໍ່ບ້ານທີ່ນອນຢູ່ໃນເທດສະບານຂອງ ເມືອງທ່າແຕງ ໃຫ້ດີຂື້ນ
ຂ່າວຈາກ ຖວທ ເມືອງທ່າແຕງ
Editor: ກຳປານາດ ລັດຖະເຮົ້າ