ທ້າຍເດືອນທັນວາ 2017 ຜ່ານມານີ້. ຫ້ອງການຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງຊະນະສົມບູນ ແຂວງຈຳປາສັກ. ໄດ້ຈັດພິທີປະກາດທ່ານຫົວໜ້າຫ້ອງການຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງຊະນະສົມບູນ ເຂົ້າຮັບເບ້ຍບຳນານ ພ້ອມທັງປະກາດແຕ່ງຕັ້ງຫົວໜ້າ ແລະ ຄະນະຫ້ອງການຄົນໃໝ່. ໂດຍພາຍໃຕ້ຮັບກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມບູນ ເຮືອງວົງສາ ເຈົ້າເມືອງໆຊະນະສົມບູນ, ມີບັນດາພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ຕະຫຼອດຮອດພະນັກງານ,ຫຼັກແຫຼ່ງວິຊາການຂອງຫ້ອງການ ຖວທ ເຂົ້າຮ່ວມຢ່າງພ້ອມພຽງ.
ໂດຍປະຕິບັດຕາມການເຫັນດີເປັນເອກະພາບຂອງບັນດາອົງການຈັດຕັ້ງຂັ້ນສູງຂອງພັກ - ລັດ,ເວົ້າສະເພາະກໍ່ຄືປະຕິບັດຕາມມະຕິຕົກລົງຂອງກະຊວງຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 735 ນະຄອນຫຼວງວຽງຈັນລົງວັນທີ 10/8/2017 ວ່າດ້ວຍການອະນຸມັດໃຫ້ພະນັກງານ - ລັດຖະກອນພັກການຮັບອຸດໜູນບໍານານ ກໍ່ຄືລັດຖະມົນຕີກະຊວງຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກຂໍ້ຕົກລົງເຫັນດີອະນຸມັດໃຫ້ ທ່ານ ບຸນຖົມ ບຸດສະດີ ຫົວໜ້າຫ້ອງການຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ ເຂົ້າຮັບເບ້ຍບໍານານ. ໃນໂອກາດດຽວກັນນີ້ທ່ານເຈົ້າເມືອງໆຊະນະສົມບູນໄດ້ມີຄໍາເຫັນໂອ້ລົມ ເຊີ່ງກ່ອນອື່ນທ່ານກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍໍ່ຜົນສຳເລັດຂອງ ທ່ານ ບຸນຖົມ ບຸດສະດີ ຫົວໜ້າຫ້ອງການຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍ່ຄືເຮັດສຳເລັດໜ້າທີ່ການເມືອງທີ່ພັກ - ລັດຖະບານມອບ ໝາຍໃຫຢ່າງສົມກຽດ. ເພື່ອສຶບຕໍ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າທ່ານເຈົ້າເມືອງໆຊະນະສົມບູນ ຈຶ່ງໄດ້ອອກຂໍ້ຕົກລົງສະບັບເລກທີ 309 ຈມ.ຊບ ລົງເມື່ອວັນທີ່ 25 ຕຸລາ 2017 ວ່າດ້ວຍການແຕ່ງຕັ້ງຫົວໜ້າຫ້ອງການ ແລະ ຮອງຫ້ອງການ ຖະແຫຼ່ງຂ່າວວັດທະນະທຳ ແລະ ທ່ອງທ່ຽວຄົນໃໝ້ ເພື່ອເຂົ້າມາບໍລິຫານງານໃນຕໍ່ໜ້າປະກອບມີລາຍຊື່ດັ່ງນີ້: ທ່ານ ຂັນໄຊ ທິບພະກຸນ ເປັນຫົວໜ້າຫ້ອງການ ຖວທ ເມືອງຄົນໃໝ່, .ທ່ານ ອຸໄທ ວັນທີເດດເປັນຮອງຜູ້ທີ່ 1 , ທ່ານນາງ ແກ້ວມະນີວັນ ດວງມາລາໄລ ອາດີດຫົວໜ້າໜ່ວຍງານ ວັດທະນະທຳ ຂື້ນມາເປັນຮອງຫົວໜ້າຫ້ອງການຜູ້ທີ 2. ທີ່ຖຶກຕ້ອງຕາມລະບຽບກົດໝາຍຂອງພັກ-ລັດວາງອອກທຸກປະການ.
ຂ່າວຈາກ ຖວທ ເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ