ທ້າຍປີ 2017 ນີ້ຫ້ອງການແຮງງານ ແລະ ສະຫວັດດີກນສັງຄົມເມືອງຄໍາ ໄດ້ຈັດກອງປະ ຊຸມສະຫຼຸບປະຈຳປີ 2017 ແລະ ວາງທິດທາງຜນການ 2018 ຢູ່ທີ່ສະໂມສອນສຳນັກງານປົກຄອງເມືອງ ຄຳແຂວງຊຽງຂວາງ ໂດຍເປັນປະທານຂອງ ທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງ-ເມືອງຄຳ, ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ, ເປັນກຽດເຂົ້າຮ່ວມຂອງທ່ານ ວ່າງເລຍ ຫົວໜ້າພະແນກແຮງງານ ແລະ ສະວັດດີການສັງຄົມແຂວງ, ມີ ທ່ານ ບົວວອນ ວໍລະຂຸນ ຫົວໜ້າຫ້ອງການແຮງ ແລະ ສະ ຫວັດດີການສັງຄົມເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ມີຫົວໜ້າ, ຮອງຫົວໜ້າ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມທັງ 6 ເມືອງ, ມີຫົວໜ້າ, ຮອງຫົວໜ້າແຕ່ລະຫ້ອງການ ອ້ອມຂ້າງເມືອງຕະຫຼອດຮອດກອງບັນຊາການ ປກຊ-ປກສ ແລະ ພະນັກງານລັດຖະກອນຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ນ ບົວວອນ ວໍລະຂຸນ ຫົວໜ້ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງຄໍາ ກໍ່ໄດ້ຂື້ນຜ່ານບົດສະຫຼຸບໃນໄລຍະ 1 ປີຜ່ານມາໃຫ້ຮູ້ວ່າ: ຜ່ານມາຫ້ອງການໄດ້ເອົາໃຈ ໃສ່ເກັບກຳສະຖິຕິຜູ້ຕ້ອງການເຝິກອົບຮົມວິຊາຊີບ 5 ບ້ານເປົ້າໝາຍໃນ ຈຳນວນ 74 ຄອບຄົວ, ຈັດເຝິກອົບຮົມພັດທະນາສີມືແຮງງານຜະລິດເສັ້ນເຝີໃຫ້ກຸ່ມຜະລິດເສັ້ນເຝີ ຈໍານວນ 6 ຄອບຄົວໃຊ້ເວລາ 5 ວັນ, ສົ່ງລາຍຊື່ແຮງງານຜູ້ວ່າງງານເຂົ້ຮຽນວິຊາຊີບຢູ່ໂຮງຮຽນເຕັກນິກ-ວິຊາຊີບແບບປະ ສົມຢູ່ຂັ້ນແຂວງ ຈຳນວນ 39 ຄົນ, ຍິງ 23 ຄົນ, ໄດ້ຮັບສະໝັກຜູ້ສົນໃຈໄປຮຽນເຮັດວຽກຢູ່ປະເທດ ສສ ເກົາຫຼີໄດ້ 3 ຄົນ, ໄດ້ຈັດສົ່ງຜູ້ສະໝັກໄປເຮັດວຽກຢູ່ບໍລິສັດ ເອັມເອັມຊີເອເລັກໂຕຣນິກລາວ ຈຳກັດ ແລະ ບໍລິສັດໂຄລາວແຄຣທີ່ແຂວງຊຽງຂວາງຈຳນວນ 7 ຄົນ, ຍິງ 3 ຄົນສັງລວມຂໍ້ມູນປະຊາກອນ ແລະ ກຳ ລັງແຮງງານໃນປີ 2017 ມີປະຊາກອນທັງໝົດ 50,831 ຄົນ, ຍິງ 24,948 ຄົນ, ມີກຳລັງແນງງານ 40,250 ຄົນ, ຍິງ 19,950 ຄົນ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາລົງກວດກາແຮງງານ ຕ່າງດ້າວ 2 ຄັ້ງ ມີແຮງງານຕ່າງດ້າວທັງໝົດ 159 ຄົນ, ຍິງ 22 ຄົນ, ໃນນັ້ນມີແຮງງານຫວຽດນາມ 116 ຄົນ, ຍິງ 16 ຄົນ, ຈີນ 40 ຄົນ, ຍິງ 6 ຄົນ, ໄທ 3 ຄົນ, ລົງເຮັດບັດອານຸຍາດຊົ່ວຄາວໃຫ້ຄົນຕ່າງປະເທດ ທັງໝົດ 118 ຄົນ, ຍິງ 17 ຄົນ, ເກັບກຳພະນັກງານບຳນານ, ເສຍອົງຄະ, ລູກກຳພ້າ ແລະ ອຸດໜູນ ໝ້າຍລວມທັງໝົດ 474 ຄົນ, ຍິງ 75 ຄົນເປັນ ຈຳນວນ ເງິນທັງໝົດ 7 ຕື້ 712 ລ້ານກີບ, ໄດ້ລາຍງານເປົ້າໝາຍການຮ້ອງ ຂໍນະໂຍບາຍອຸດໜູນຕາມດຳລັດ 272/ລບ, ໃຫ້ພະນັກງານແຮງງານ ແລະ ສະ ຫວັດດີການສັງຄົມແຂວງ ຈຳນວນ 1,370, ຍິງ 203 ຄົນ, ຊ່ວຍເຫຼືອຄອບຄົວປະຊາຊົນທີ່ຖືກເຄາະຮ້າຍໄຟໄໝ້ເຮືອນຈຳນວນ 3 ຄອບຄົວ ຄິດໄລ່ເປັນເງິນ 7 ລ້ານ 8 ແສນກວ່າກີບ, ຫຼັງຈາກນັ້ນທີ່ປະຊຸມກໍ່ໄດ້ຜັດປ່ຽນກັນ ປະກອບຄຳຄິດຄຳເຫັນໃສ່ບົດສະຫຼຼຸບພ້ອມທັງວາງທິດທາງແຜນການໃນຕໍ່ໜ້າ, ຄະນະດຽວກັນນັ້ນ ທ່ານ ວ່າງເລຍ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ກໍ່ໄດ້ຂື້ນປະກອບຄຳຄິດຄຳເຫັນ ພ້ອມເໜັ້ນໜັກໃນແຕ່ລະໜ້າວຽກ, ເພື່ອເຮັດໃຫ້ແຕ່ລະວຽກງານມີຄວາມວ່ອງໄວ ແລະ ໄດ້ຄຸນນະພາບດີຂື້ນ.
ຕອນທ້າຍທ່ານ ມີໄຊ ແພງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງໆຄຳກໍ່ໄດ້ຂື້ນໂອ້ລົມກ່ອນ ອື່ນໝົດ ທ່ານໄດ້ກ່າວຍ້ອງຍໍຊົມເຊີຍໃນການຈັດຕັ້ງປະຕິບັດວຽກງນທີ່ບັນລຸໄປໂດຍດີພ້ອມນີ້ທ່ານຍັງໄດ້ເໜັ້ນໜັກໃນການປະຕິບັດໜ້າທີ່ວຽກງານໃຫ້ເອົາໃຈໃສ່ເຮັດຕາມພາລະບັດບາດທີ່ຕົນມີເພື່ອໃຫ້ວຽກງານດັ່ງກ່າວສຳເລັດໄປຕາມເປົ້າໝາຍທີ່ວາງໄວ້, ພ້ອງນັ້ນໃນທີ່ປະຊຸມຍັງໄດ້ມອບໃບຍ້ອງຍໍຊົມເຊີຍໃຫ້ພາກສ່ວນຕ່າງໆ ອີກດ້ວຍ ກອງປະຊຸມໃຊ້ເວລາ 1 ວັນຈິ່ງສີ້ນສຸດລົງ.
Editor: ກຳປານາດ ລັດຖະເຮົ້າ