ເພື່ອເປັນການຕ້ອນຮັບປີໃຫມ່ສາກົນ 2018 ແລະ ທັງເປັນການອວຍພອນຂອບໃຈ ແກ່ບັນດາລູກຄ້າ ວີໄອພີ ທີ່ສໍາຄັນ ໃນການສະຫນັບສະຫນູນແກ່ໂທລະພາບລາວສະຕາຣ ຕະຫລອດມາ ແລະ ຕະຫລອດໄປ, ດັ່ງນັ້ນ ຄະນະຜູ້ບໍລິຫານໂທລະພາບລາວສະຕາຣ ໄດ້ເດີນສາຍນໍາເອົາກະຕ້າຂອງຂວັນ ເພື່ອໄປອວຍພອນປີໃຫມ່. ລາວສະຕາຣ ນໍາພາໂດຍ, ທ່ານ ຄໍາຜິວ ບົວພະຈັນ ປະທານທີ່ປຶກສາ ໂທລະພາບລາວສະຕາຣ, ພ້ອມດ້ວຍຄະນະ ມີຜູ້ຈັດການຫ້ອງການ, ຫົວຫນ້າຝ່າຍການຕະຫລາດ ແລະ ສະມາຊິກ
- ເລີ່ມຕົ້ນທີ່ ບໍລິສັດ ປີໂຕຣເທຣດ ( ພັສ ) ອີກຫນຶ່ງພາກສ່ວນທີ່ສໍາຄັນໃນການສະຫນັບສະຫນູນແກ່ ໂທລະພາບລາວສະຕາຣ ການອວຍພອນ ຄັ້ງນີ້ ຕາງຫນ້າຮັບໂດຍ ທ່ານ ຄໍາພຸດ ສົມບູນ ຫົວຫນ້າຝ່າຍຂາຍ-ການຄ້າສາກົນ, ຜູ້ຈັດການຝ່າຍການຕະຫລາດ ບໍລິສັດ ປີໂຕຣເທຣດ.
- ຕໍ່ມາແມ່ນ ຄະນະໄດ້ເດີນທາງໄປທີ່ ບໍລິສັດ ນໍ້າສີອຸໄລພານິດ ຕາງຫນ້າຮັບຂອງຂວັນໂດຍ ທ່ານ ເປມ ປິວັດສະລາມົນ ຜູ້ຈັດການໂຮງງານ ນໍ້າສີອຸໄລພານິດ ແລະ ທ່ານ ລະອຽດ ຜິວລະອຽດ
- ຕໍ່ມາ ລາວສະຕາຣ ໄດ້ເດີນທາງໄປ ບໍລິສັດ ເບຍລາວ ຈໍາກັດ ເຊີ່ງເປັນອີກບໍລິສັດທີ່ໃຫ້ການສະຫນັບສະຫນູນ ທີ່ສໍາຄັນ ມາຕະຫລອດ ແລະ ຕາງຫນ້າຮັບຂອງຂວັນອວຍພອນ ໂດຍແມ່ນ ທ່ານ ບຸນທະແສງ ສີຣິສັກ ຜູ້ຈັດການຝ່າຍຜະລິດຕະພັນນໍ້າດື່ມ.
- ຕໍ່ມາ ແມ່ນເດີນທາງໄປ ທີ່ ບໍລິສັດ ຫິນອ່ອນຕ້າລີ ນໍາພາຄະນະ ມີທ່ານ ຄໍາຜິວ ບົວພະຈັນ ປະທານທີ່ປຶກສາ ລາວສະຕາຣ, ພ້ອມດ້ວຍຄະນະຝ່າຍການຕະຫລາດ ລາວສະຕາຣ, ແລະ ຮັບຂອງຂວັນໂດຍ ທ່ານ ປະທານ ບໍລິສັດ ຫີນອ່ອນຕ້າລີ
- ຕໍ່ມາ ແມ່ນໄປທີ່ ໂຮງຫມໍແມ່ນນໍ້າຂອງ ແມ່ນອີກພາກສ່ວນຫນຶ່ງ ທີ່ໄດ້ໃຫ້ການສະຫນັບສະຫນູນ ແກ່ໂທລະພາບລາວສະຕາຣ ມາຕະຫລອດ ແລະ ຕາງຫນ້າຮັບກະຕ່າຂອງຂວັນອວຍພອນ ໂດຍແມ່ນ ທ່ານນາງ ຈັນສຸດາ ນິນທະວົງ ຫົວຫນ້າຫ້ອງການ ໂຮງຫມໍແມ່ນໍ້າຂອງ.
- ຕໍ່ມາ ໄດ້ເດີນທາງໄປອວຍພອນ ທີ່ ໂຕໂຢຕ້າ ທົ່ງຂັນຄໍາ ແລະ ຕາງຫນ້າຮັບໂດຍ ທ່ານ ສົມປະສົງ ສອນເພັດ ຮອງຫົວຫນ້າຝ່າຍການຕະຫລາດ ແລະ ການຂາຍ
ເຊີ່ງທັງໝົດ ແມ່ນເປັນອວຍພອນປີໃຫມ່ສາກົນ 2018 ເຊີ່ງກັນ ແລະ ກັນ ລະຫວ່າງ ໂທລະພາບລາວສະຕາຣ ແລະ ບັນດາບໍລິສັດ ພາກສ່ວນຕ່າງໆ ທີ່ໄດ້ຮ່ວມທຸລະກິດ ແລະ ສະຫນັບສະຫນູນ ເຊີ່ງກັນ ແລະ ກັນ ທາງດ້ານສື່ໂຄສະນາປະຊາສໍາພັນ ເລື້ອຍໆມາ ແລະ ສຶບຕໍ່ໄປ ໃນອະນາຄົດ.
Editor: ກຳປານາດ ລັດຖະເຮົ້າ