ໃນທ້າຍເດືອນ ທັນວາ 2017 ນີ້, ລັດວິສາຫາກິດລົດເມ ນະຄອນຫລວງວຽງຈັນ, ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ອອກຫນັງສືແຈ້ງການ ເລກທີ 2102 ລົງວັນທີ 26 ທັນວາ 2017 ເຖິງບັນດານັກຮຽນ-ສຶກສາ ຜູ້ທີ່ນໍາໃຊ້ບັດລົດເມ ສາທາລະນະ ນະໂຍບາຍລາຄາຖືກ ດ້ວຍລະບົບໄອທີຊີ ວ່າ: ທາງລັດວິສາຫາກິດລົດເມ ນະຄອນຫລວງວຽງຈັນ ຮ່ວມກັບ ໂຄງການປັບປຸງຂົນສົ່ງສາທາລະນະ ໃນຕົວເມືອງນະຄອນຫລວງວຽງຈັນ ໄລຍະ 2 ຂອງອົງການໄຈກາ ປະເທດຍີ່ປຸ່ນ ແມ່ນຈະໄດ້ມີການປັບລາຄາ ບັດລົດເມນະໂຍບາຍ ສໍາລັບນັກຮຽນ-ນັກສຶກສາ ທີ່ໃຊ້ບໍລິການ ດ້ວຍລະບົບ ໄອທີຊີ ເພື່ອໃຫ້ເກີດຄວາມເຫມາະສົມ ຈາກລາຄາເດີມແມ່ນ 5 ແສນກີບ/01ປີ, ມາເປັນ 6 ແສນກີບ/01ປີ. ແລະ 3 ແສນກີບ/ 06 ເດືອນ, ມາເປັນ 3 ແສນ 5 ຫມື່ນກີບ/ 06 ເດືອນ. ເຊີ່ງບັດດັ່ງກ່າວແມ່ນສາມາດນໍາໃຊ້ຮ່ວມກັບສາຍທາງລົດເມທີ່ແລ່ນພາຍໃນຕົວເມືອງນະຄອນຫລວງວຽງຈັນ ທີ່ກໍານົດໄວ້ ຈໍານວນ 7 ສາຍທາງ ເຊັ່ນ: ສາຍດົງໂດກ, ສາຍໂພນຕ້ອງ, ສາຍຫນອງທາ, ສາຍດອນປ່າໃຫມ່, ດົງຄໍາຊ້າງ, ຫນອງແຕ່ງ ແລະ ທົ່ງປົ່ງ.
ສໍາລັບບັດລົດເມທີ່ລົງທະບຽນນໍາໃຊ້ໃຫມ່ ແມ່ນເລີ່ມປະຕິບັດແຕ່ວັນທີ 1 ມັງກອນ 2018 ເປັນຕົ້ນໄປ, ສ່ວນວ່າບັດລົດເມທີ່ໄດ້ລົງທະບຽນນໍາໃຊ້ແລ້ວ ໃນໄລຍະປີ 2017 ຫາ ປີ 2018 ແມ່ນຍັງນໍາໃຊ້ໄດ້ເປັນປົກກະຕີ ໃນທຸກສາຍທາງ ຈົນກວ່າຈະຫມົດອາຍຸການນໍາໃຊ້. ຕໍ່ກັບການແຈ້ງການດັ່ງກ່າວ ທາງທີມງານລາຍການ ໄດ້ມີໂອກາດລົງໄປສອບຸາມຂໍມູນເພີ່ມຕື່ມ ກ່ຽວກັບແຈ້ງການສະບັບນີ້ ຈະມີຜົນຕໍ່ການຈັດຕັ້ງປະຕິບັດຕົວຈິງ ແລະ ພົບບັນຫາຫຍຸ້ງຍາກ ແກຸ່ຄງການດັ່ງກ່າວຫລືບໍ່.
ທ່ານ ທະນົງສິ ເດດວົງສອນ ຫົວຫນ້າຂະແຫນງແຜນການ ແລະ ຂົນສົ່ງໂດຍສານ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ແມ່ນໄດ້ປະຕິບັດມາ ນັບແຕ່ປີ 2014 ແລະ ໄດ້ມີການແຈ້ງການປັບລາຄາຂື້ນມາໃນທຸກໆປີ ສໍາລັບປີ 2017 ແມ່ນໃນລາຄາ 5 ແສນກີບ ເຊີ່ງໄດ້ເລີ່ມມາແຕ່ຕົ້ນເດືອນມັງກອນ 2017 ແລະ ສໍາລັບປີ 2018 ແມ່ນຈະໄດ້ປັບ ເປັນ 6 ແສນກີບ ຕາມຂໍ່ຕົກລົງ ຂອງໂຄງການປັບປຸງຂົນສົ່ງສາທາລະນະໃນຕົວເມືອງ ໄລຍະ 2 ແລະ ແນ່ນອນວ່າ ຕົວເລກການຊົມໃຊ້ອາດຈະຫລຸດລົງ ເພາະຜ່ານມາ ທາງຖຄງການເຄີຍຕັ້ງເປົ້ມຫມາຍໄວ້ 5 ພັນບັດ, ແຕ່ມີພຽງຜູ້ນໍາໃຊ້ຕົວຈິງ ບໍ່ຮອດ ພັນບັດ. ສະນັ້ນ, ເພື່ອຫລຸດຜ່ອນການແອອັດທາງດ້ານການສັນຈອນ ການຊົມໃຊ້ລົດເມສາທາລະນະ ຈິ່ງເປັນທາງເລຶອກທີ່ດີ ສໍລັບພໍ່ແມ່ປະຊາຊົນ ຖດຍສະເພາະນັກຮຽນ-ນັກສຶກສາ ຍາກໃຫ້ຫັນມາໃຊ້ລົດເມສາທາລະນະໃຫ້ຫລາຍຂື້ນ ເພາະລາຄາ ທີ່ຕັ້ງມາ ແມ່ນຖືວ່າກຸ່ມຄ່າຫລາຍ.
Editor: ກຳປານາດ ລັດຖະເຮົ້າ