ເມື່ອບໍ່ດົນມານີ້ ທີ່ສໍານັກງານສູນເລືອດແຫ່ງຊາດ ໄດ້ຈັດກອງປະຊຸມສະຫລຸບຜົນງານການຈັດຕັ້ງປະຕິບັດວຽກງານ ລະດົມການບໍລິຈາກເລຶອດ ໃນຕະຫລອດໄລຍະ 1 ປີຜ່ານມາ ( 2017 ) ແລະ ວາງວິໃສທັດ ໃນປີ 2018 ເຊິ່ງກອງປະຊຸມດັ່ງກ່າວ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຮອງສາດສະດາຈານ ດຣ, ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ມີ ທ່ານ ດຣ, ຈັນທະລາ ສຸກສາຄອນ ຫົວຫນ້າສູນເລຶອດແຫ່ງຊາດ, ພ້ອມນີ້ຍັງມີ ທ່ານຮອງຫົວຫນ້າສູນ, ຫົວຫນ້າຂະແຫນງ, ມີບັນດາຜູ້ຕາງຫນ້າທີ່ມາຈາກພາກລັດ ແລະ ຈາກພາກທຸລະກິດ, ທີ່ເຄີຍຮ່ວມເຮັດກິດຈະກໍາ ກັບສູນເລືອດແຫ່ງຊາດ ໃນໄລຍະ 1 ປີຜ່ານມາ ເຂົ້າຮ່ວມຮັບຟັງການສະຫລຸບໃນຄັ້ງນີ້,
ຕາມການລາຍງານຂອງຫົວຫນ້າສູນເລຶອດແຫ່ງຊາດ ກ່ຽວກັບຜົນສໍາເລັດໃນໄລຍະ 1 ປີຜ່ານມາ 2017 ສູນໄດ້ເຄື່ອນໄຫວອອກຮັບບໍລິຈາກເລຶອດ ຮ່ວມກັບຫົວຫນ່ວຍທຸລະກິດ ທັງໝົດ 34 ຄັ້ງ, ໃນນັ້ນມີຕົວເລກຜູ້ເຂົ້າຮ່ວມ ທັງໝົດ 3,412 ເທື່ອຄົນ, ແລະ ມີຜູ້ບໍລິຈາກເລຶອດໄດ້ 2,236 ເທື່ອຄົນ. ຖ້າຫາກສົມທຽບໃສ່ແຜນການ ແມ່ນຫລຸດຄາດຫມາຍທີ່ຕັ້ງເປົ້າໄວ້. ຄຽງຄູ່ກັນນັ້ນ ທາງສູນເລຶອດຍັງໄດ້ສະເຫນີຍ້ອງຍໍຊົມເຊີຍ ໃຫ້ກັບພາກສ່ວນຕ່າງໆ ເຊັ່ນ: ໃບຍ້ອງຍໍຈາກຄະນະກໍາມະການເລືອດແຫ່ງຊາດ ໃຫ້ກັບ 14 ພາກສ່ວນ, ໃບຍ້ອງຍໍຈາກອົງການກາແດງລາວ ໃຫ້ກັບ 12 ພາກສ່ວນ ແລະ ໃບຍ້ອງຍໍຈາກສູນເລຶອດແຫ່ງຊາດ ຈໍານວນ 15 ພາກສ່ວນ, ກອງປະຊຸມຄັ້ງນີ້ ຍັງໄດ້ລາຍງານແຜນການທີ່ຈະເຄື່ອນໄຫວໃນປີ 2018 ໂດຍທາງສູນເລືອດໄດ້ຕັ້ງຄາດຫມາຍໃນການອອກຮັບບໍລິຈາກເລືອດ ໃຫ້ໄດ້ 40 ຄັ້ງ, ຄາດຫມາຍຜູ້ເຂົ້າຮ່ວມ 2 ພັນເທື່ອຄົນ,ຄາດຫມາຍຜູ້ທີ່ສາມາດບໍລິຈາກໄດ້ 1,800 ເທື່ອຄົນ ແລະ ຮ່ວມສ້າງກິດຈະກໍາບໍລິຈາກເລຶອດໃນວັນສໍາຄັນຂອງຊາດ ໃຫ້ໄດ້ 3-4ຄັ້ງ ໃນປີ 2018.
ເວົ້າລວມ-ເວົ້າສະເພາະ ໃນປີ 2017 ການປະກອບສ່ວນບໍລິຈາກເລຶອດແມ່ນໄດ້ຮັບຜົນດີພໍສົມຄວນ ແລະ ສາມາດບັນຈຸຕົວເລກຄາດຫມາຍຜູ້ບໍລິຈາກເລຶອດໄດ້ລື່ນຄາດຫມາຍ ແລະ ພົ້ນເດັ່ນທີ່ສຸດ ແມ່ນການຕຶ່ນຕົວຂອງສັງຄົມ ຕໍ່ການປະກອບສ່ວນບໍລິຈາກເລຶອດເພື່ອຊ່ວຍຊີວິດ ພາຍໃຕ້ຄໍາຂວັນທີ່ວ່າ: ບໍລິຈາກເລຶອດແມ່ນຮັກຊາດ ແລະ ພັດທະນາ.
Editor: ກຳປານາດ ລັດຖະເຮົ້າ