ໃນວັນທີ 30 ທັນວາ 2017 ນີ້, ທີ່ໂຮງຫມໍມິດຕະພາບ (150 ຕຽງ) ໄດ້ມີພິທີວາງສິລາເລີກ ກໍ່ສ້າງຕຶກປີ່ນປົວຄົນເຈັບ ຂື້ນຢ່າງເປັນທາງການ ເຊີ່ງໃນພິທີວາງສີລາເລີກຄັ້ງນີ້ ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ປະລິນຍາເອກ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຮອງສາດສະດາຈານ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ, ພ້ອມນີ້ ຍັງມີ ຮອງລັດຖະມົນຕີ, ອາດິດການນໍາ, ອໍານວຍການໂຮງຫມໍ, ອໍານວຍການບໍລິສັດຜູ້ຮັບເຫມົາສໍາປະທານ, ບັນດາແຂກທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໂຄງການດັ່ງກ່າວ ກະຊວງສາທາລະນະສຸກ ແລະ ໂຮງຫມໍມິດຕະພາບ ໄດ້ຕົກລົງໃຫ້ ບໍລິສັດ ມາລິນີ ຈໍາກັດ ເປັນຜູ້ສໍາປະທານລົງທຶນກໍ່ສ້າງ ແລະ ບໍລິການຕຶກນອນປີ່ນປົວຄົນເຈັບ ໃນຮູບແບບ ບີໂອທີ (BOT) ເຊິ່ງໂຄງການມີເນື້ອທີ່ປູກສ້າງ 4.133 ຕາແມັດ, ເປັນອາຄານ 6 ຊັ້ນ ຂະຫນາດ 25 ຄູນ 50 ແມັດ, ລວມທັງຫມົດເນື້ອທີ່ໃຊ້ສອຍ 10.600 ກວ່າຕາແມັດ, ໃນມູນຄ່າການກໍ່ສ້າງທັງມົດ 8 ລ້ານ ກວ່າໂດລ້າສະຫາລັດ, ມີໄລຍະການກໍ່ສ້າງຕາມສັນຍາ ແມ່ນ 36 ເດືອນໃຫ້ສໍາເລັດ. ຜົນປະໂຫຍດທີ່ຈະໄດ້ຮັບ ພາຍຫລັງສ້າງສໍາເລັດ
- ໂຮງຫມໍໄດ້ມີຕຶກທີ່ສວຍງາມ ທັນສະໄຫມ
- ໄດ້ສິ່ງປຸກສ້າງອື່ນໆ ທີ່ອໍານວຍຄວາມສະດວກຕ່າງໆ ທີ່ຕິດພັນກັບໂຄງການ
- ເປັນການນໍາໃຊ້ທີ່ດິນເປົ່າຫວ່າງ ໃຫ້ເກີດປະໂຫຍດ ແລະ ມີຄ່າ
- ໄດ້ຫ້ອງນອນຄົນເຈັບເພີ່ມເຖິງ 119 ຕຽງ ໃນຈໍານວນ 52 ຫ້ອງ, ມີຫ້ອງຕຽງດຽວ 24 ຫ້ອງ, ຫ້ອງຕຽງຄູ່ 20 ຫ້ອງ, ຫ້ອງ 3 ຕຽງ 3 ຫ້ອງ, 4 ຕຽງ 3 ຫ້ອງ, ໃນນັ້ນຍັງມີຫ້ອງພະຍາບານ 1 ຫ້ອງ, ຫ້ອງແພດ 1 ຫ້ອງ ແລະ ຫ້ອງນອນ ( ໂຮງແຮມ ) ສໍາລັບພີ່ນ້ອງຄົນເຈັບທີ່ມາເຝົ້າ ມີຈໍານວນ 103 ຕຽງ ມີທັງໝົດ 73 ຫ້ອງ. ຫ້ອງຕຽງດຽວ 32 ຫ້ອງ, ຫ້ອງຕຽງຄູ່ ວິໄອພີ 21 ຫ້ອງ, ຫ້ອງຕຽງຄູ່ ທໍາມະດາ 13 ຫ້ອງ ແລະ ຫ້ອງຕຽງນອນເປັນຊຸດ 3 ຫ້ອງ. ພາຍໃນຕຶກຍັງມີຮ້ານອາຫານ ແລະ ບັນດາເຄື່ອງໃຂ້ສອຍທີ່ສະດວກສະບາຍ
- ໄດ້ປະກອບສ່ວນວັດຖຸ-ອຸປະກອນການແພດທີ່ທັນສະໄຫມ ໃນການບໍລິການຄົນເຈັບ
ໃນພິທີ ຄະນະປະທານ ໄດ້ພ້ອມກັນວາງສີລາເລິກ ພ້ອມທັງຕອກເຂັມເງິນ-ເຂັມຄໍາ ຢ່າງເປັນທາງການ ເຊີ່ງໂຄງການນີ້ ຈະສໍາເລັດພາຍໃນ 36 ເດືອນ ນັບແຕ່ມື້ລົງມືກໍ່ສ້າງ
Editor: ກຳປານາດ ລັດຖະເຮົ້າ