ຄຸ້ມຫ້ວຍເກີນ, ບ້ານນາເມືອງ ເມືອງຊໍາໃຕ້ ແຂວງຫົວພັນ ເປັນບ້ານຊົນນະບົດ ແລະ ເປັນບ້ານໜື່ງທີ່ຍັງທຸກຍາກຂອງເມືອງ, ເຊີ່ງປະກອບມີ 40 ຄອບຄົວ, ມີພົມລະເມືອງທັງໝົດ 321 ຄົນ, ຍິງ 167 ຄົນ, ເປັນຊົນເຜົ່າມົ້ງ 100%, ບ້ານຕັ້ງຫ່າງຈາກເທດສະບານເມືອງ 60 ກ່ວາກິໂລແມັດ, ແລະ ຫ່າງຈາກບ້ານ ນາເມືອງ 9 ກິໂລແມັດ, ເສັ້ນທາງເຂົ້າເຖິງບ້ານເປັນທາງດີນແດງ ສາມາດທຽວໄດ້ພຽງແຕ່ລະດູດຽວ, ໃນປີຜ່ານມາ ມີຄວາມຫຍຸ່ງຍາກໃນການຄຸ້ມຄອງບໍລິຫານບ້ານ ເພາະບ້ານດັ່ງກ່າວມີສອງຄຸ້ມ ຕັ້ງຫ່າງກັນ, ເສັ້ນທາງຄົມມະນາຄົມບໍ່ມີຄວາມສະດວກ, ການພົວພັນໄປມາຫາສູ້ພົບຄວາມຫຍຸ່ງຍາກ, ການພັດທະນາມີຄວາມສັກຊາ. ສະນັ້ນ, ມາຮອດຕອນແລງຂອງວັນທີ 26 ທັນວາ 2017 ຜ່ານມານີ້, ທ່ານ ຮິນທອງ ດວງຈັນສຸກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຊໍາໄຕ້ ຈິ່ງລົງກວດກາສະພາບຄວາມເປັນຈິງ ເຫັນວ່າຄຸ້ມຫວ້ຍເກີນ ບ້ານນາເມືອງສາມາດມີເງື່ອນໄຂສະເໜີໃຫ້ຂັ້ນເທີງອະນຸມັດແຍກເປັນບ້ານເອກະລາດໄດ້. ນອກນີ້, ທ່ານຍັງໄດ້ຍົກໃຫ້ເຫັນທາງອອກໃນການສ້າງເສດຖະກິດ-ສັງຄົມ ຂອງບ້ານໂດຍໃຊ້ທ່ານແຮງບົ່ມຊ້ອນທີ່ມີຢູ່ໃນທ້ອງຖິ່ນ, ໃນນີ້ເດັ່ນກ່ວາໝູ່ຄຸ້ມບ້ານຫ້ວຍເກີນ ມີປ່າຍານຂາວເປັນຈຳນວນຫຼວງຫຼາຍ ແລະ ມີບໍລິສັດ ເອກະຊົນເປັນຜູ້ສັນຍາເກັບຊື້ໃນລາຄາ 160,000 ກີບຕໍ່ກິໂລ.
ປະຈຸບັນນີ້, ປະຊາຊົນສາມາດເກັບຍານຂາວຂາຍໄດ້ທັງໝົດ 900 ກ່ວາກິໂລ, ຄິດໄລ່ເປັນມູນຄ່າ 144 ລ້ານກີບ, ຄາດວ່າໝົດລະດູການເກັບກູ້ປີນີ້ຈະສາມາດຂາຍໄດ້ 2 ໂຕນ, ເຊີ່ງເປັນທາງອອກທີ່ດີແກ້ປະຊາຊົນໃນການພັດທະນາຊີວິດການເປັນຢູ່, ເຮັດໃຫ້ເຂົາເຈົ້າຫຼຸດຜ່ອນການຖາງປ່າເຮັດໄຮ່, ເອົາໃຈໃສ່ຫັນມາປູກຍານຂາວໃຫ້ຫຼາຍກາຍເປັນສິນຄ້າ, ນອກນີ້ທາງບໍລິສັດຍັງໄດ້ລົງທຶນ ສ້າງຂົ້ວອູ່ຂ້າມນໍ້າແຕບເຂົ້າສູ້ດີນທຳການຜະລິດ, ຂະໜາດຄວາມກ້ວາງ 1,8 ແລະ ຍາວ 60 ແມັດ, ແມັດມູນຄ່າ 100 ລ້ານກ່ວາກີບ, ໃນນີ້ທຶນຊຸມຊົນປະກອບສ່ວນ 39 ລ້ານກີບ, ເພື່ອສ້າງຄວາມສະດວກໃຫ້ປະຊາຊົນ. ໄປພ້ອມດຽວກັນນີ້ທ່ານເຈົ້າເມືອງຍັງໄດ້ຮັບເອົາຂົວດັ່ງກ່າວ ເພື່ອມອບຕໍ່ໃຫ້ປະຊາຊົນເປັນຜູ້ຊົມໃຊ້ໃຫ້ເກີດປະໂຫຍດສູງສຸດ
ແຫລ່ງຂ່າວ ຫ້ອງການຖວທ ເມືອງຊໍາໄຕ້ (ສົມສຸກ ໄຊຍະວົງ ນັກຂ່າວ)
Editor: ກຳປານາດ ລັດຖະເຮົ້າ