ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແຜນພັດທະນາ ກະສິກຳ ແລະ ປ່າໄມ້ 5 ປີ, ຄັ້ງທີ 8 (2016-2020) ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້ ຂະແໜງກະສິກຳ ແລະ ປ່າໄມ້ ໄດ້ກຳນົດເປັນ 3 ແຜນງານຫຼັກ ປະກອບດ້ວຍ ແຜນງານຄ້ຳປະກັນຄວາມໝັ້ນຄົງ ດ້ານສະບຽງອາຫານ, ແຜນງານຜະລິດກະສິກຳ ແລະ ປ່າໄມ້ເປັນສິນຄ້າ, ແຜນງານຄຸ້ມຄອງປ່າໄມ້ ແບບຍືນນານ, ໂຄງການລ້ຽງສັດເພື່ອຜະລິດເປັນສິນຄ້າ ຢູ່ເຂດພາກເໜືອ ຂອງສປປ ລາວ, ກໍ່ເປັນໂຄງການບຸລິມະສິດໜຶ່ງ ທີ່ສົ່ງເສີມການຜະລິດເປັນສິນຄ້າ ຕາມແນວທາງຂອງລັດຖະບານ ໂດຍມີຈຸດສຸມການຈັດຕັ້ງປະຕິບັດ ຢູ່ 4 ແຂວງພາກເໜືອ ຄື: ແຂວງຫຼວງນ້ຳທາ, ຫຼວງພະບາງ, ຫົວພັນ ແລະ ແຂວງຊຽງຂວາງ ຊຶ່ງບັນດາແຂວງດັ່ງກ່າວນີ້ ລ້ວນແຕ່ມີທ່າແຮງ, ມີມູນເຊື້ອດ້ານການລ້ຽງສັດ ສາມາດສົ່ງເສີມເປັນ ຕ່ອງໂສ້ ການຜະລິດເປັນສິນຄ້າກະສິກຳ ໂດຍສະເພາະການລ້ຽງສັດເປັນສິນຄ້າ ເພື່ອສົ່ງອອກໄປ ສປ ຈີນ ແລະ ສສ ຫວຽດນາມ. ດັ່ງນັ້ນ, ໃນເມື່ອບໍ່ດົນມານີ້ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະຊວງ ກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກິດຈະກຳຂອງໂຄງການຢູ່ບ້ານຈອມ, ເພື່ອຮັບຟັງບົດລາຍຈາກຫົວໜ້າກຸ່ມຜູ້ລ້ຽງສັດ ພ້ອມທັງເບິ່ງສະຖານທີ່ລ້ຽງສັດຕົວຈິງຂອງບ້ານ, ຫຼັງຈາກນັ້ນ,ໄດ້ໄປຢ້ຽມຢາມການເຮັດວຽກ ຂອງດ່ານກັກກັນພືດຢູ່ດ່ານປາງໄຮ່ ເມືອງສິງ ແຂວງຫຼວງນ້ຳທາ.
ໃນວັນຕໍ່ມາ ທີ່ສະໂມສອນ ແຂວງຫຼວງນ້ຳທາ ໂຄງການດັ່ງກ່າວໄດ້ຈັດກອງປະຊຸມ ຄະນະຊີ້ນຳຂັ້ນສູນກາງຂຶ້ນ ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄຳ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ປອ. ເພັງພາວັນ ດາວພອນຈະເລີນ ຮອງເຈົ້າແຂວງແຂວງຫຼວງນ້ຳທາ, ທ່ານ ພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງ ແຂວງຫົວພັນ, ທ່ານ ດຣ. ຄຳປາວ ມົວ ຮອງເຈົ້າແຂວງ ແຂວງຊຽງຂວາງ ຕາງໜ້າ ກະຊວງ, ກົມທີ່ກ່ຽວຂ້ອງ, ຜູ້ໃຫ້ທຶນ ແລະ ພະນັກງານ ກະສິກຳ ແລະ ປ່າໄມ້ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້ເພື່ອ ລາຍງານຜົນກອງປະຊຸມຄະນະຊີ້ນຳທາງດ້ານເຕັກນິກ, ລາຍງານຜົນການຈັດຕັ້ງປະຕິບັດ 1 ປີ ຜ່ານມາ, ຜ່ານແຜນກິດຈະກຳ ແລະ ແຜນງົບປະມານປະຈຳປີ 2018. ໃນກອງປະຊຸມຄະນະປະທານ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ ປະເມີນຜົນການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາໃຫ້ມີມາດຕະການແກ້ໄຂເສີມຂະຫຍາຍຈຸດດີ ແລະ ແກ້ໄຂຈຸດອ່ອນ, ມີຈຸດສຸມຂອງແຕ່ລະກິດຈະກໍາ, ສ້າງແບບແຜນວິທີການເຮັດວຽກ ລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ລະອຽດຊັດເຈນ, ວຽກງານການບໍລິຫານຈັດຊື້-ຈັດຈ້າງຂອງໂຄງການ ແລະ ສະຫຼຸບ-ສ້າງແຜນງົບປະມານ ຕາມຫຼັກການຂອງກະຊວງການເງິນ ແລະ ຜູ້ໃຫ້ທຶນວາງອອກຢ່າງເຂັ້ມງວດ. ໃນຕອນທ້າຍຂອງກອງປະຊຸມ ໄດ້ຮັບຮອງເອົາບົດລາຍງານ ແລະ ແຜນການຈັດຕັ້ງປະຕິບັດໂຄງການ ໃນປີ 2018 ຕື່ມອີກ.
ແຫລ່ງຂ່າວ ກະຊວງກະສິກໍາ ແລະ ປ່າໄມ້
Editor: ກຳປານາດ ລັດຖະເຮົ້າ