ອີງຕາມບົດລາຍງານ ຂອງອົງການກວດສອບ ປະຈໍາພາກໄຕ້ ໄດ້ສະເໜີມາດຕະການໃຫ້ ແຂວງອັດຕະປື ໂດຍສະເພາະ ພາກສ່ວນຄຸ້ມຄອງການເງິນ ເກັບຄືນເງິນລາຍຮັບວິຊາການ, ເງິນກອງທືນ, ເງິນລະດົມ, ເງິນຄັງພັດທະນາແຂວງ ແລະ ລາຍຮັບອື່ນໆ ຈຳນວນ 54,13 ຕື້ກີບ; ພ້ອມນັ້ນ ກໍ່ຕ້ອງເລັ່ງທວງໜີ້ຕ້ອງຮັບ ຈາກສ່ວຍສາອາກອນ, ຊັບສິນ, ເງິນຂາຍໄມ້, ຄ່າປັບໄໝ, ຄ່າເຊົ່າຊັບສິນ ແລະ ໜີ້ຕ້ອງຮັບອື່ນໆ 116,41 ຕື້ກີບ;
ນອກຈາກນີ້ ຍັງຕ້ອງເລັ່ງທວງ ໜີ້ຕ້ອງຮັບ ຈາກການຈ່າຍລ່ວງໜ້າ ຂອງຄັງເງິນ ຈຳນວນ 318,84 ຕື້ກີບ ເພື່ອນໍາເອົາລາຍຮັບດັ່ງກ່າວ ມອບເຂົ້າງົບປະມານແຫ່ງລັດ ໂດຍປະຕິບັດມາດຕະການ ຕາມມາດຕາ 61 ແລະ 62 ຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ສະບັບບເລກທີ 71/ສພຊ, ລົງວັຍທີ 16 ທັນວາ 2015.
ນີ້ແມ່ນ ທ່ານ ຂັນທອງ ສີລາເພັດ ຮອງປະທານອົງການກວດສອບ ປະຈໍາພາກໄຕ້ ໄດ້ຂື້ນລາຍງານ ຜົນການກວດສອບ ບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປະຈຳສົກປີ 2015-2016 ຕໍ່ກອງປະຊຸມສະພາປະຊາຊົນແຂວງອັດຕະປື ໃນພາກບ່າຍ ວັນທີ 26/12/2017.
Editor: ຂ່າວແຂວງອັດຕະປື