ໃນວັນທີ 21 ທັນວາ 2017 ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ໄດ້ຈັດສຳມະນາ ກ່ຽວກັບຫົວຂໍ້ ການສ້າງຄວາມເຂົ້າໃຈ ແລະ ຍົກລະດັບຄວາມຮູ້ກ່ຽວກັບ ວຽກງານການເຕີບໂຕສີຂຽວ, ໂດຍການເປັນປະ ທານຂອງ ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ມີບັນ ດາຕາງໜ້າຊ່ຽວຊານ ຈາກບັນດາກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງຂອງ ສຳມະນາໃນຄັ້ງນີ້, ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນຕ່າງໆ ໃນການເພີ່ມຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບແຜນງານສະໜັບສະໜູນ ຈາກກອງທຶນສິ່ງ ແວດລ້ອມ ໃນການກະກຽມຄວາມພ້ອມ ແລະ ກົນໄກໃນການລະດົມທຶນເຂົ້າໃນໂຄງການ ທີ່ຕິດພັນກັບສິ່ງແວດລ້ອມ, ຮັບຮູ້ເຖິງທ່າແຮງ ແລະ ຂະແໜງການທີ່ເປັນບຸລິມະສິດ ຂອງການເຕີບໂຕສີຂຽວ ໃນ ສປປ ລາວ. ທັງນີ້, ກໍເພື່ອສ້າງຄວາມເຂົ້າໃຈ ແລະ ຍົກລະດັບຄວາມຮູ້ ກ່ຽວກັບວຽກງານ ການເຕີບໂຕສີຂຽວ ເຊິ່ງຈະເນັ້ນໃສ່ ການສຶກສາແຜນງານ ກະກຽມຄວາມພ້ອມ ແລະ ກົນໄກໃນການລະດົມທຶນເຂົ້າໃນວຽກງານສີຂຽວ. ຄຽງຄູ່ກັບການເພີ່ມທະວີກົນໄກປະສານງານ ລະຫວ່າງຂະ ແໜງການ, ພາກສ່ວນຈາກ ລັດຖະບານ ສປປ ລາວ ແລະ ອົງການຈັດຕັ້ງສາກົນ ທີ່ຢູ່ໃນກອບຂອງວຽກງານ ການເຕີບໂຕສີຂຽວ.ພ້ອມດຽວກັນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການສະເໜີຜົນໄດ້ຮັບຂອງການປະເມີນທ່າແຮງ ແລະ ຄວາມເປັນໄປໄດ້ການເຕີບໂຕ ສີຂຽວຂອງ ສປປ ລາວ.
ສຳມະນາຄັ້ງນີ້, ຊ່ຽວຊານທີ່ປຶກສາ ທາງດ້ານການເງິນ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ສະຖາບັນການເຕີບໂຕສີຂຽວສາກົນ ໄດ້ນໍາສະເໜີຫົວຂໍ້ ກ່ຽວກັບແຜນງານສະໜັບສະໜູນ ການກະກຽມຄວາມພ້ອມ ໃນການລະດົມທຶນເຂົ້າໃນໂຄງການສິ່ງແວດ ລ້ອມ ໃນ ສປປ ລາວ ແລະ ຜົນການປະເມີນ ຄວາມເປັນໄປໄດ້ການເຕີບໂຕສີຂຽວຂອງ ສປປ ລາວ, ຊຶ່ງສອງເອກະສານນີ້ ເປັນເອກະສານສຳຄັນທີ່ເປັນຂໍ້ມູນໃນການເຂົ້າຫາແຫລງທຶນ ທັງໄດ້ຮັບຮູ້ເຖິງຂະ ແໜງການໃດ ທີ່ເປັນບຸລິມະສິດ ຂອງເສດຖະກິດລາວ ໃນການກ້າວໄປຕາມທິດການເຕີບໂຕສີຂຽວ.
Editor: ຂ່າວສານປະເທດລາວ