ວັນທິດຜ່ານມາ, ຄະນະຊ່ຽວຊານທະຫານອາສາສະໝັກຫວຽດນາມຊ່ວຍເຫຼືອລາວ ໄດ້ມາ ຢ້ຽມຢາມໄວ້ທູບລະນຶກເຖິງຜູ້ເສຍສະຫຼະຊີວິດ ທີ່ແຫຼ່ງທ່ອງທ່ຽວປະຫວັດສາດຖ້ຳປີວເມືອງຄຳ, ແຂວງຊຽງຂວາງຢ່າງເປັນທາງການ. ໂດຍພາຍໃຕ້ການຊີ້ນຳນຳພາຂອງ ທ່ານ ພົນໂທ ຫວຽນ ຕຽນລອງ ຄະນະປະສານງານທົ່ວປະເທດ ອາດີດຊ່ຽວຊານທະຫານອາສາສະໝັກ ຫວຽດນາມຊ່ວຍເຫຼືອລາວ, ພ້ອມດ້ວຍທີມງານ ແລະ ເປັນກຽດຕ້ອນ ຮັບໂດຍ ທ່ານ ສົມຈິດ ສີດາລາ ກໍາມະການພັກເມືອງ ຫົວໜ້າຫ້ອງວ່າການປົກຄອງເມືອງຄຳ ພ້ອມດ້ວຍ ພະນັກງານລັດຖະກອນເຂົ້າຮ່ວມ.
ຈຸດປະສົງກໍ່ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງຜູ້ທີ່ເສຍສະຫຼະຊີວິດ ໃນປາງສົງຄາມ, ພ້ອມທັງລະນຶກຄຸນງາມຄວາມດີຂອງບັນພະບູລຸດໃນເມື່ອກ່ອນ ໄວ້ໃຫ້ຮຸ່ນລູກຮຸ່ນຫຼານໄດ້ຮັບຮູ້ ແລະ ສືບທອດມູນເຊື້ອແຫ່ງການຕໍ່ສູ້ ພິລະອາດຫານ.
ຈາກນັ້ນ ທ່ານ ກອງສີ ສົມສະນິດ ພະນັກງານ ແຫຼ່ງທ່ອງທ່ຽວປະຫວັດສາດຖ້ຳປີວ ກໍ່ໄດ້ຂື້ນລາຍ ງານປະຫວັດຄວາມເປັນມາໂດຍຫຍໍ້ໃຫ້ຮູ້ວ່າ: ຖ້ຳປີວ ເປັນຖ້ຳໜຶ່ງທີ່ພໍ່ແມ່ປະຊາຊົນບ້ານໃກ້ຄຽງເອົາເປັນບ່ອນທີ່ຢູ່ອາໃສຊ້ອນສັດຕູ ແລະ ດຳລົງຊີວິດ, ເຕົ້າໂຮມຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງມີອິດສະຫຼະແຕ່ບໍ່ຄາດຄິດ, ມາຮອດ ເວລາ 15 ໂມງແລງຂອງວັນທີ 24 ພະຈິກ ປີ 1968 ເຊິ່ງໄດ້ມີເຮືອບິນ F 105 ຂອງກຳລັງສັດຕູໄດ້ຍິງລູກສອນໄຟເຂົ້າໃສ່ຈຳນວນ 3 ລູກ ເຮັດໃຫ້ພໍ່ແມ່ປະຊາຊົນທີ່ອາໃສຢູ່ແຫ່ງນີ້ເສຍຊີວິດໃນສ່ຽວວິນາທີດຽວ ເຖິງ 374 ຊີວິດ ເຮັດໃຫ້ພໍ່ແມ່ພາກຈາກລູກ, ຜົວພາກຈາກເມຍ ປະໃຫ້ລູກ ເປັນກຳພ້າ-ກຳພອຍ ແລະ ບາງຄອບຄົວກໍ່ຖືກດັບສູນ. ການເດີນທາງຢ້ຽມຢາມຂອງຄະນະໃນຄັ້ງນີ້ ນອກຈາກໄດ້ຮັບຟັງການລາຍງານ ເຖິງປະຫວັດຂອງຖໍ້າປິວແລ້ວ ຄະນະຍັງໄດ້ຂື້ນໄປໄວ້ທູບທີ່ອານຸສາວະລີ ແລະ ສະຖານທີ່ຕ່າງໆຂອງແຫຼ່ງທ່ອງທ່ຽວປະຫວັດສາດຖໍ້າປິວ ຕື່ມອີກ.
ແຫ່ລງຂ່າວ ທີມຂ່າວ ຖວທ ເມືອງຄໍາ
Editor: ກຳປານາດ ລັດຖະເຮົ້າ