ເພື່ອເປັນການຂອບໃຈ ແກ່ຜູ້ໃຫ້ການສະຫນັບສະຫນູນ ແລະ ຄູ່ຮ່ວມງານ ທາງດ້ານສື່ໂຄສະນາ ປະຊາສໍາພັນ ຂອງບັນດາ ບໍລິສັດ ທີ່ເປັນພັນທະມິດ ດັ່ງນັ້ນ ໂອກາດສົ່ງທ້າຍປີເກົ່າ-ຕ້ອນຮັບປີໃຫມ່ 2018 ໂທລະພາບລາວສະຕາຣ ໄດ້ນໍເອົາກະຕ່າຂອງຂວັນ ເດີນທາງໄປອວຍພອນ ເຊີ່ງກັນ ແລະ ກັນ.
ເບື້ອງຕົ້ນ ແມ່ນໄດ້ເດີນທາງໄປອວຍພອນ ທະນາຄານ ຮ່ວມພັດທະນາ ຫລື ເຈດີບີ ເຊີ່ງການເດີນທາງ ຄັ້ງນີ້ ນໍາພາໂດຍ ທ່ານ ຄໍຜິວ ບົວພະຈັນ ປະທານທີ່ປຶກສາ ໂທລະພາບລາວສະຕາຣ, ພ້ອມດ້ວຍຄະນະ ຈາກຝ່າຍການຕະຫລາດ ແລະ ໃຫ້ການຕ້ອນຮັບ ໂດຍ ທ່ານ ຄໍາຮູ້ ທອງທະວີ ຮອງຜູ້ອໍານວຍການ ທະນາຄານຮ່ວມພັດທະນາ. ພ້ອມດ້ວຍຄະນະເຊັ່ນດຽວກັນ.
Editor: ກຳປານາດ ລັດຖະເຮົ້າ