ເມື່ອບໍ່ດົນມານີ້ ທີ່ສໍານັກງານຫ້ອງການ ບໍລິສັດ ນໍ້າເທິນ 2 ໄດ້ມີການຝຶກອົບຮົມ ທາງດ້ານການຕ້ານອັກຄີໄພ ໃຫ້ແກ່ ບໍລິສັດ ນໍ້າເທີນ 2 ຂື້ນ ເຊິ່ງເປັນການຮ່ວມມື ລະຫວ່າງ ພະແນກຕາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈຸດປະສົງຫລັກໆ ເພື່ອເພີ່ມຄວາມຮູ້-ຄວາມສາມາດ ແລະ ການມີສ່ວນຮ່ວມ ໃນການສະກັດກັ້ນ ແລະ ຕ້ານອັກຄີໄພ ຫລື ບັນຫາຕ່າງໆ ທີ່ເປັນປະກົດການຫຍໍ້ທໍ້ໃນສັງຄົມ. ອີກປະເດັນຫນຶ່ງ ເພື່ອສ້າງຄວາມກຽມພ້ອມແກ່ພະນັກງານພາຍໃນ ບໍລິສັດ ນໍ້າເທີນ 2 ລວມທັງການກຽມພ້ອມຮອງຮັບກັບສະຖານະການ ຕົວຈີ່ງ ຫາກມີການເກີດຂື້ນຈີງ ໃນເລື່ອງໄພໄຫມ ຫລື ອັກຄີໄພຕ່າງໆ ໃນສັງຄົມ.
(ສໍາລັບ ເນື້ອໃນລາຍລະອຽດ ການອົບຮົມຄັ້ງນີ້ ລາຍການ ມີສຽງສໍາພາດ ທ່ານ ພັນໂທ ສູນທອນ ແກ້ວວັນດີ ຮອງຫົວຫນ້າພະແນກຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ)
Editor: ກຳປານາດ ລັດຖະເຮົ້າ