ກອງປະຊຸມ ສະຫລຸບວຽກງານຂອງຄະນະຮ່ວມມື ລາວ-ໄທ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ແລະ ໂຄງການສົ່ງເສີມໂຮງຮຽນເດັກກໍາພ້າ ໃນ ສປປ ລາວ ໄດ້ຈັດຂື້ນໃນວັນທີ 26 ທັນວາ 2017 ນີ້, ທີ່ນະຄອນຫລວງວຽງຈັນ, ໂດຍມີຄະນະປະທານ ແລະ ຄະນະຮັບຜິດຊອບໂຄງການ ທັງສອງຝ່າຍ ລາວ ແລະ ໄທ, ຜູ້ຕາງຫນ້າຈາກກະຊວງ, ກົມ ພະແນກ ທີ່ກ່ຽວຂ້ອງ ເຂົ້າຮ່ວມ ຢ່າງພ້ອມພຽງ,
ສູນພັດທະນາ ແລະ ບໍລິການ ຫ້ວຍຊອນ-ຫ້ວຍຊົ້ວ ເປັນຖຄງການຮ່ວມມືສອງຝ່າຍ ລາວ-ໄທ ພາຍໃຕ້ການຮັບຜິດຊອບຂອງກະຊວງກະສິກໍາ ແລະ ປ່າໄມ້ ກັບຄະນະປະສານງານໂຄງການອັນເນື່ອງມາຈາກພະຣາດຊະດໍາຣິ (ກປຣ) ເຊີ່ງປະກອບມີການຮ່ວມມືທາງດ້ານວິຊາການ ຈາກບັນດາກົມຕ່າງໆຂອງກະຊວງກະເສດ ແລະ ສະຫະກອນ ແຫ່ງຣາດຊະອານາຈັກໄທ ນັບແຕ່ມື້ເປີດໂຄງການ ຢ່າງເປັນທາງການ ໃນວັນທີ 8 ເມສາ 1994 ມາເຖິງປະຈຸບັນ ເກືອຍໄດ້ 24 ປີ ໂດຍມີຈຸດປະສົງຫລັກ ຄື: ການສົ່ງເສີມສາຍພົວພັນອັນດີງາມ ທີ່ມີມາແຕ່ຍາວນານ ລະຫວ່າງ ລາວ ແລະ ໄທ ແລະ ການນໍາເອົາເຕັກນິກທາງດ້ານວິຊາການ, ການປູກ-ການລ້ຽງ ທີ່ໄດ້ຮັບຜົນສໍາເລັດຈາກປະເທດໄທ ມາເຜີຍແຜ່ ແກ່ພໍ່ແມ່ພີ່ນ້ອງປະຊາຊົນລາວ ຜູ້ທີ່ເຮັດການກະສິກໍາ ສູນມີເນື້ອທີ່ 52 ເຮັກຕາ ມີອ່າງເກັບນໍ້າຫ້ວຍຊອນ ເຊີ່ງມີເນື້ອທີ່ 42,6 ເຮັກຕາ ສາມາດກັກນໍ້າໄດ້ເຖິງ 2 ລ້ານແມັດກ້ອນ. ໂຄງການຫ້ວຍຊອນ-ຫ້ວຍຊົ້ວ ປະກອບມີ 7 ຂະແຫນງການ ຄື: ຂະແຫນງບໍລິຫານ-ແຜນການ, ຂະແຫນງຊົນລະປະທານ, ຂະແຫນງພັດທະນາທີ່ດິນກະສິກໍາ, ຂະແຫນງປູກຝັງ, ຂະແຫນງລ້ຽງສັດ ແລະ ສັດຕະວະແພດ, ຂະແຫນງການປະມົງ ແລະ ຂະແຫນງສົ່ງເສີມ-ຝຶກອົບຮົມ. ກອງປະຊຸມຄັ້ງນີ້ ນອກຈາກຈະໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານ ຕະຫລອດໄລຍະ 1 ປີຜ່ານມາຂອງແຕ່ລະຂະແຫນງແລ້ວ ເຖິງຜົນໄດ້ຮັບ ທັງດ້ານດີ ແລະ ບັນດາຂໍ້ທີ່ຍັງຄົງຄ້າງ, ໃນກອງປະຊຸມ ຍັງໄດ້ຮັບຟັງແຜນວຽກງານ ໃນປີ 2018 ເຊີ່ງມີຫລາຍວຽກງານ ທີ່ທາງສູນ ພັດທະນາ ແລະ ບໍລິການ ຫ້ວຍຊອນ-ຫ້ວຍຊົ້ວ ຈະຕ້ອງສຸມໃສ່ ເພື່ອໃຫ້ການຈັດຕັ້ງວຽກງານ ໃນແຕ່ລະຂະແຫນງການ ໄດ້ຮັບຜົນສໍາເລັດ ໄປຕາມເປົ້າຫມາຍທີ່ວາງໄວ້.
Editor: ກຳປານາດ ລັດຖະເຮົ້າ