ໃນວັນທີ 19-20 ທັນວາ 2017 ນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມວິຊາການວຽກແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈໍາປີ 2017 ຂຶ້ນທີ່ເຮືອນພັກໜອງທາ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຫົວໜ່ວຍວິຊາການ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງ-ນະຄອນຫຼວງວຽງຈັນ, ຕ່າງໜ້າຈາກບັນດາກະຊວງກຽ່ວຂ້ອງ, ບັນດາບໍລິສັດຈັດຫາງານ ແລະ ພະນັກງານຫຼັກແຫຼ່ງວິຊາການພາຍໃນອອ້ມຂ້າງກະຊວງ ເຂົ້າຮ່ວມ.
ທ່ານ ປອ. ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ໄລຍະຜ່ານມາ, ຂະແໜງແຮງງານ ແລະ ສະຫວັດດີການ ກໍໄດ້ພະຍາຍາມປະຕິບັດພາລະບົດບາດຂອງຕົນຢ່າງຕັ້ງໜ້າ ແລະ ມີຫຼາຍວຽກໄດ້ຮັບການພັດທະນາໃຫ້ດີຂຶ້ນ, ແຕ່ກໍຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ທີ່ຕ້ອງໄດ້ພ້ອມກັນຄົ້ນຄ້ວາຊອກຫາທາງອອກ ແລະ ມີມາດຕະການໃນການແກ້ໄຂໃຫ້ມີຜົນສຳເລັດດີຂຶ້ນ. ກອງປະຊຸມ ຄັ້ງນີ້ ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການສະເໜີບົດວິຊາການກ່ຽວກັບແຜນພັດ ທະນາແຮງງານ ແລະ ສະຫວັດດີການສັງຄົມ ເພື່ອກ້າວໄປເຖິງການບັນລຸຄາດໝາຍ ແຕ່ນີ້ຮອດປີ 2020; ໂດຍສຸມໃສ່ຕົວຊີ້ວັດ ຕາມຕົວເລກຄາດໝາຍສູ້ຊົນແຕ່ລະດ້ານ, ບົດສະເໜີການຍົກສູງຮ່ວມມືສາກົນທີ່ມີປະສິດທິຜົນ, ບັນດາມາດຕະການໃນການຈັດຕັ້ງປະຕິບັດຕົວເລກຄາດໝາຍສູ້ຊົນເປັນຕົ້ນ ຕົວເລກການພັດທະນາສີມືແຮງງານ ແລະ ຈັດຫາງານ ໂດຍສຸມໃສ່ ການສ້າງລະບົບຖານຂໍ້ມູນ-ຂ່າວສານຕະຫຼາດແຮງງານ, ການກວດກາຄຸ້ມຄອງແຮງງານຕ່າງປະເທດ, ການ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປະກັນສັງຄົມ ແລະ ຂະຫຍາຍອັດຕາປົກຄຸມປະກັນສັງຄົມ ແລະ ການບໍລິການປິ່ນ ປົວສຸຂະພາບໃຫ້ຜູ້ປະກັນຕົນ, ການປະຕິບັດນະໂຍບາຍສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ມີຜົນງານ ຕິດພັນກັບການປັບປຸງຖານຂໍ້ມູນທີ່ຊັດເຈນ.
Editor: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ