"ເມືອງຄຳ, ສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍຍະກຳແຫ່ງຊາດລາວ ຄົບຮອບ 50 ປີ"
ວັນທີ 11 ກໍລະກົດ 2016 ຄະນະຫ້ອງການສຶກສາທິການ ແລະ ກິລາ ເມືອງຄຳ,ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກິລາ-ກາຍຍະກຳແຫ່ງຊາດລາວ ຄົບຮອບ 50 ປີ ຂື້ນທີ່ສະຖານທີ່ແຫຼ່ງທ່ອງທ່ຽວ "ຖ້ຳປິວ" ເມືອງຄໍາ, ແຂວງຊຽງຂວາງ.
ພິທີເລີ່ມຕົ້ນດ້ວຍການ ເຕົ້າໂຮມ, ແລ້ວເດີນຂະບວນ ດ້ວຍການຍ່າງແຕ່ສໍານັກງານປົກຄອງເມືອງ ເຂົ້າສູ່ສະຖານທີ່ທ່ອງທ່ຽວປະຫວັດສາດ "ຖ້ຳປິວ", ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ, ເລຂາພັກເມືອງ-ເຈົ້າເມືອງໆຄຳ, ທ່ານ ທອງຜິວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ, ທະຫານ, ຕຳຫຼວດເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ບຸນທອນ ແກ້ວບຸນຍົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຄຳ ໄດ້ຂຶ້ນຜ່ານປະຫວັດຄວາມເປັນມາ ຂອງວັນດັ່ງຮູ້ວ່າ: ກິລາ-ກາຍຍະກຳຂອງລາວສະໄໝກອ່ນ ການຫຼິ້ນກິລາຍັງມີລັກສະນະເປັນກຸ່ມກ້ອນຢູ່ຕາມໝູ່ບ້ານໃຜລາວ, ໂດຍບໍ່ມີການຈັດຕັ້ງການແຂ່ງຂັນ, ມີພຽງແຕ່ແຂ່ງຂັນແບບເບີກບານມ່ວນຊືນຕາມງານບຸນປະເພນີຕ່າງໆ ຫລັງຈາກນັ້ນມາໃນສະໄໝມີພັກນຳພາ, ກິລາ-ກາຍຍະກຳລາວ ໄດ້ເຄື່ອນໄຫວໄປຕາມຈັງຫວະ ແລະ ກະແສຂອງຂະບວນການຕໍ່ສູ້ກູ້ຊາດ ເພື່ອສັນຕິພາບ, ອິດສາຫຼະພາບພ້ອມທັງນ້ຳໃຈກຳມະຊີບ ເຖິງແມ່ນວ່າບໍ່ເປັນອົງການຈັດຕັ້ງທີ່ຖາວອນ. ແຕ່ບັນດາຜູ້ນຳ ທີ່ມັກຮັກກິລາ ກໍ່ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນກິລາທຸກປະເພດ ເພື່ອຮັດແໜ້ນຄວາມສາມັກຄີ ກັບພໍ່ແມ່ປະຊາຊົນ, ອ້າຍນ້ອງນັກຮົບປົດປອຍຊາດ ທັງພາຍໃນ ແລະ ຕ່າງປະເທດ, ພາຍຫຼັງປະເທດຊາດໄດ້ຮັບການປົດປອຍ 2 ທັນວາ 1975 ພັກ-ລັດຖະບານ, ຂັ້ນເທີງກໍ່ໄດ້ເອົາໃຈໃສ່ຕໍ່ວຽກງານກິລາ ໃຫ້ມີການຂະຫຍາຍຕົວ ໄປຕາມຈັງຫວະຂອງເສດຖະກິດ-ສັງຄົມ, ຂື້ນເປັນກ້າວໆ.
ໃນຕອນທ້າຍພິທີ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ, ເລຂາພັກເມືອງເຈົ້າເມືອງໆຄຳ ກໍ່ໄດ້ໃຫ້ກຽດຂື້ນໂອລົມໃຫ້ຄຳຄິດຄຳເຫັນ ແລະ ທິດຊີ້ນຳ ພ້ອມທັງຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ພ້ອມທັງໃຫ້ທິດຊີ້ນຳແກ່ຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າ, ຮອງຫົວໜ້າອ້ອມຂ້າງເມືອງ ຈົ່ງພ້ອມກັນເຕົ້າໂຮມຄວາມສາມັກຄີ ໃນການສ້າງຂະບວນການກິລາ-ກາຍຍະກຳປະເພດຕ່າງໆ ໃຫ້ມີຄວາມເຂັ້ມແຂງຂື້ນເລື່ອຍໆ .