ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ້ອງທ່ຽວ ເມືອງຊະນະສົມບູນ ລົງເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອ ເພື່ອປັນອາຍອຸ່ນ ຕ້ານກັບໄພໜາວສົກປີ 2017 – 2018 ໃຫ້ກັບຄອບຄົວ ພໍ່ແມ່ປະຊາຊົນ ຈຳນວນ 107 ຄອບຄົວ ທີ່ບ້ານແກ້ງກອກ, ກຸ່ມ 2 ເມືອງຊະນະສົມບູນ ແຂວງ ຈຳປາສັກ ການມອບ ໄດ້ຈັດຂື້ນໃນວັນທີ 22 ທັນວາ 2017 ທີຜ່ານມານີ້ ທີ່ວັດບ້ານດັ່ງກ່າວ ໂດຍຕ່າງໜ້າໃຫ້ ກຽດກ່າວມອບ ໂດຍ ທ່ານ ໄພວັນ ຈອມຈັນຕາ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນຂັ້ນເມືອງ ກ່າວຮັບແມ່ນ ທ່ານ ແກ່ນຈັນ ພິມມະສານ ນາຍບ້ານບ້ານແກ້ງກອກ ໂດຍຊ່ອງໜ້າພະນັກງານຫຼັກແຫຼ່ງວິຊາການຈາກຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງກທ່ຽວເມືອງ. ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ເຂົ້າຮ່ວມເປັນສັກຂີພິຍານ
ສຳລັບ ເຄື່ອງທີ່ນຳໄປມອບໃນຄັ້ງນີ້, ປະກອບມີ ຜ້າຮົ່ມ,ເສື້ອກັນໜາວ, ເຄື່ອງນຸ່ງຮົ່ມ, ລວມທັງໝົດ 107 ຊຸດ, ມູນຄ່າ 5 ລ້ານ 350.000 ກີບ. (ຫ້າລ້ານ ສາມແສນ ຫ້າສິບພັນກີບ) ເຊື່ງໄດ້ຮັບການອຸປະຖຳຊ່ວຍເຫຼືອຈາກສາມະຄົມສື່ມວນຊົນ ຈັງຫວັດອຸບົນ ລາດຊະທານີ (ລາດຊະອານາຈັກໄທ) ໂດຍຜ່ານພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງກທ່ຽວແຂວງຈໍາປາສັກ ແລະ ຖວທ ເມືອງ ເປັນຜູ້ປະສານງານໃຈກາງເຄື່ອນໄຫວມອບອາຍອຸ່ນໃນຄັ້ງນີ້
ຂ່າວຈາກ ຖວທ ເມືອງຊະນະສົມບູນ
Editor: ກຳປານາດ ລັດຖະເຮົ້າ